ນາຍົກເນັ້ນຕໍ່ສະມາຊິກລັດຖະບານ ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວ ຢູ່ເມືອງວັງວຽງ

84

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ແລະ ປິດລົງໃນວັນທີ 24 ເມສາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນທ້າຍກອງປະຊຸມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງວຽກງານຈຸດສຸມໃນເດືອນພຶດສະພາ 2019 ໃຫ້ສືບຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງ ພ້ອມທັງປັບປຸງ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາທີ່ກະທົບຕໍ່ການທ່ອງທ່ຽວ ເປັນຕົ້ນ ການເກັບຄ່າທໍານຽມ ແລະ ສິ່ງກີດຂວາງຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບການ.

ທ່ານນາຍົກ ຍັງເນັ້ນໃຫ້ເອົາໃຈໃສ່ເປັນພິເສດຕໍ່ການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວຕ່າງໆ ຢູ່ເມືອງວັງວຽງ, ແຂວງວຽງຈັນ ໃຫ້ດີຂຶ້ນ.ໂດຍມອບໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນພຶດສະພາ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ.


ພ້ອມນີ້ກໍໃຫ້ສືບຕໍ່ຕິດຕາມ ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ການນໍາເຂົ້າສັດ, ພືດຜັກ, ໝາກໄມ້, ຢາປົວພະຍາດ, ເຄື່ອງສໍາອາງ ແລະ ອາຫານທະເລ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້ ກໍ່ໃຫ້ເອົາໃຈໃສ່ລົງກວດກາສຸຂະນາໄມ ແລະ ຄວາມປອດໄພຂອງເຄື່ອງບໍລິໂພກຢູ່ໂຮງງານຂ້າສັດ, ຕະຫຼາດ ແລະ ບ່ອນຈໍາໜ່າຍສິນຄ້າຕ່າງໆ.