ລາວ – ອາເມຣິກາ ເພີ່ມທະວີການຮ່ວມມືດ້ານສຸຂະພາບ

73

ໃນວັນທີ 2 – 3 ພຶດສະພາ 2019 ທ່ານ ດຣ. ໂຣເບີດ ໂພບ ຫົວໜ້າກົມຮ່ວມມືຫຼຸດຜ່ອນໄພຂົ່ມຂູ່ ( CTR ), ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ ( DTRA ) ຂອງສະຫະລັດອາເມຣິກາ ພ້ອມຄະນະໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ ເພື່ອທົບທວນຄືນຜົນໄດ້ຮັບຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ລວມທັງປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານ ເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ກ່າວວ່າ: ສະຫະລັດອາເມຣິກາ ແມ່ນຄູ່ຮ່ວມງານທີ່ສຳຄັນສຳລັບ ສປປ ລາວ ເພາະວ່າບັນດານັກຊ່ຽວຊານທາງດ້ານສາທາລະນະສຸກຂອງທັງສອງປະເທດ ໄດ້ປະຕິບັດງານຮ່ວມກັນເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງໃນໄລຍະຍາວ. ການມາຢ້ຽມຢາມຂອງ ທ່ານ ດຣ. ໂພບ ພ້ອມດ້ວຍທີມງານ, ລວມເຖິງການປະຕິບັດງານຮ່ວມມືກັນກັບບັນດາເຈົ້າໜ້າທີ່ທັງຝ່າຍທະຫານ ແລະ ພົນລະເຮືອນຢູ່ ສປປ ລາວ ສະແດງໃຫ້ເຫັນເຖິງການເຄົາລົບຂອງພວກເຮົາຕໍ່ອະທິປະໄຕຂອງ ສປປ ລາວ ເພື່ອຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍທາງດ້ານວຽກງານສາທາລະນະສຸກ.

ການຮ່ວມມືດັ່ງກ່າວນີ້ໄດ້ຮວບຮວມເອົາກິດຈະກຳທາງດ້ານຂະແໜງສາທາ ສຳລັບການປິ່ນປົວ, ເບິ່ງແຍງສຸຂະພາບຄົນ ແລະ ສັດຂອງຝ່າຍທະຫານ ແລະ ພົນລະເຮືອນເຂົ້າກັນ ເພື່ອນຳເອົາວິທີການແບບຄົບວົງຈອນມາສູ່ຄວາມໝັ້ນຄົງທາງດ້ານສຸຂະພາບຢູ່ໃນ ສປປ ລາວ. ບັນດານັກວິຊາການມືອາຊີບດ້ານສາທາລະນະສຸກຂອງລາວ ທີ່ຜ່ານການຝຶກອົບຮົມຈາກສະຫະລັດອາເມຣິກາ ໄດ້ເປັນສ່ວນອັນສຳຄັນໃນການຮັບມືກັບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ແຂວງ ອັດຕະປື ໃນເດືອນສິງຫາ 2018, ການລະບາດຂອງພະຍາດໄຂ້ຫວັດໃຫຍ່ ແລະ ການລະບາດຂອງພະຍາດໝາກແດງ ທີ່ກຳລັງເກີດຂຶ້ນໃນທົ່ວປະເທດ.

ນອກຈາກການພົບປະກັບເຈົ້າໜ້າທີ່ຝ່າຍລາວແລ້ວ ທ່ານ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມຣິກາ ຍັງໄດ້ໄປຢ້ຽມຢາມຫ້ອງວິເຄາະ ແລະ ສູນວິໄຈທາງດ້ານການແພດ ເພື່ອຕິດຕາມເບິ່ງໂຄງການຝຶກອົບຮົມທີ່ລັດຖະບານສະຫະລັດອາເມຣິກາ ໃຫ້ການສະໜັບສະໜູນ. ສຳລັບນັກວິຊາການດ້ານວຽກງານສາທາທີ່ເປັນມືອາຊີບ ທີ່ໄດ້ເສີມສ້າງຄວາມສາມາດທາງດ້ານການຄົ້ນຄວ້າ ແລະ ວິໄຈຢູ່ໃນ ສປປ ລາວ, ການປະຕິບັດງານຮ່ວມກັນເພື່ອປັບປຸງຄວາມໝັ້ນຄົງດ້ານສຸຂະພາບ ແມ່ນການເສີມສ້າງອະທິປະໄຕຂອງລາວໃຫ້ເຂັ້ມແຂງ ແລະ ປ້ອງກັນໄພຂົ່ມຂູ່ສຸຂະພາບຈາກພາຍນອກ, ໃນຂະນະທີ່ປະເທດຊາດສືບຕໍ່ພັດທະນາຢ່າງໄວວາ. ນອກຈາກຄວາມພະຍາຍາມດັ່ງກ່າວເພື່ອຕ້ານ ແລະ ສະກັດກັ້ນພະຍາດຕິດຕໍ່ແລ້ວ ລັດຖະບານສະຫະລັດອາເມຣິກາ ຍັງໄດ້ໃຫ້ການສະໜັບສະໜູນໂຄງການດ້ານສຸຂະພາບຫຼາຍດ້ານຢູ່ໃນ ສປປ ລາວ ເພື່ອສົ່ງເສີມວຽກງານໂພຊະນາການ, ນ້ຳສະອາດ, ສຸຂະອະນາໄມ ແລະ ວິດຖ່າຍ, ສຸຂະພາບແມ່ ແລະ ເດັກ, ໃຫ້ການຊ່ວຍເຫຼືອຄົນພິການ ແລະ ໂຄງການອາຫານໃນໂຮງຮຽນ.