9 ຕໍາແໜ່ງລໍຖ້າຢູ່ທີ່ ກະຊວງສຶກສາທິການ ແລະ ກິລາ ເລີ່ມເປີດຮັບແຕ່ມື້ນີ້

179

ຂ່າວດີອີກແລ້ວ ສໍາລັບນ້ອງໆນັກສຶກສາຈົບໃໝ່ ຫຼື ຜູ້ທີ່ຈົບການສຶກສາສາຂາໃດໜຶ່ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມໄຝ່ຝັນຢາກເປັນລັດຖະກອນ ຮີບໄປປະກອບແບບຟອມກຽມສອບເສັງໄດ້ເລີຍ ທີ່ກະຊວງສຶກສາທິການ ແລະ ກິລາ ແຕ່ມື້ນີ້ເປັນຕົ້ນໄປ.

ຕາມແຈ້ງການສະບັບເລກທີ 464/ຫກ ລົງວັນທີ 3 ພຶດສະພາ 2019 ລະບຸວ່າ: ສຳລັບຜູ້ທີ່ຈະສະໝັກຕ້ອງເປັນນັກສຶກສາທີ່ຈົບຈາກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບປະກາສະນີຍະບັດແດງລະດັບປະລິນຍາຕີ ຈົບຈາກສະຖາບັນ, ມະຫາວິທະຍາໄລ ຄະແນນສະເລ່ຍ 3,50 ຂຶ້ນໄປ, ຜູ້ທີ່ຈົບປະລິນຍາໂທ ຫຼື ປະລິນຍາເອກ; ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ສັນຊາດລາວ 3 ປີຂຶ້ນໄປ; ມີອາຍຸ 18-35 ປີ; ມີມະນຸດສໍາພັນດີ, ບໍ່ເຄີຍຖືກຕ້ອງໂທດ ຫຼື ຖືກປະຕິບັດວິໄນໃດໆມາກ່ອນ ແລະ ມີຄວາມຕັ້ງໃຈຢາກປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ຢ່າງແທ້ຈິງ; ມີສຸຂະພາບແຂງແຮງດີ (ທາງດ້ານຮ່າງການ ແລະ ຈິດໃຈ).

ຕໍາແໜ່ງທີ່ເພິ່ນຕ້ອງການມີ: ຄະນິດສາດ 01 ຕໍາແໜ່ງ, ພາສາຝຣັ່ງ 01 ຕໍາແໜ່ງ, ພາສາອັງກິດ 1 ຕໍາແໜ່ງ, ກົດໝາຍການປົກຄອງ 01 ຕໍາແໜ່ງ, ພົວພັນຕ່າງປະເທດ 01 ຕໍາແໜ່ງ, ພັດທະນາສັງຄົມ 01 ຕໍາແໜ່ງ, ບໍລິຫານ-ການບັນຊີ 01 ຕໍາແໜ່ງ, ກິລາ 01 ຕໍາແໜ່ງ ແລະ ສິລະປະ 01 ຕໍາແໜ່ງ.

ເລີ່ມເປີດສະໜັກຕັ້ງແຕ່ວັນທີ 06-10 ພຶດສະພາ 2019 ຕາມໂມງລັດຖະການ ຜູ້ທີ່ຈະມາສະຫມັກໃຫ້ກຽມຖືປະກາສະນີຍະບັດ ແລະ ໃບຄະແນນມາພ້ອມ ເພື່ອກວດກາວິຊາສະເພາະໃຫ້ຖືກຕ້ອງຕາມຕໍາແໜ່ງງານທີ່ຕ້ອງການ ແລະ ໃຫ້ມາພົວພັນເອົາແບບຟອມດ້ວຍຕົນເອງ ທີ່ກົມຈັດຕັ້ງ ແລະ ພະນັກງານ ຫ້ອງ 105 ກະຊວງສຶກສາ ແລະ ທິການ ໂທ 021 216018, 020 55410505, 020 55990340.