ສຽງສະທ້ອນຈາກສຽງສັງຄົມ ຕໍ່ບັນຫາສາວເບຍພາຍຫຼັງມີແຈ້ງການ

200

ຫຼັງຈາກທີ່ໄດ້ມີແຈ້ງການ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 196/ຖວທ ລົງວັນທີ 24 ເມສາ 2019 ເຖິງ ບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຢຸດຕິ ການຜະລິດສື່ໂຄສະນາ ແລະ ໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ກໍກະແສຮືຮາກັນທົ່ວໂລກອອນລາຍ ທັງເຫັນດີ ແລະ ບໍ່ເຫັນດີຕໍ່ການແຈ້ງຍົກເລີກດັ່ງກ່າວ.

ມີສາວເຊຍເບຍຄົນໜຶ່ງໄດ້ສະແດງທັດສະນະຂອງ ຕົນຕໍ່ກັບແຈ້ງການດັ່ງກ່າວໂດຍລະບຸວ່າ: “ຮູ້ບໍ່ນ້ອງໆສາວເບຍຖ້າຢຸດເຊຍເບຍນ້ອງໆຈຳນວນຫລາຍພັນຄົນຕົກງານຂາດລາຍໄດ້ ເຊັນເງິນເດືອນເຊຍເບຍ ບາງຄົນກະເຊົ່າຫ້ອງຢູ່, ບາງຄົນກະຮຽນ ໃຊ້ເງິນທີ່ເຊຍເບຍລະເປັນຄ່າເທີມ, ຄ່າກິນ, ຊີວິດຕົ້ນທຶນຊີວິດມັນຕ່າງກັນ. ສະຫລຸບວ່າບໍ່ຢາກໃຫ້ຍົກຍົກເລີກ ແຕ່ຕ້ອງເປີດໂອກາດໃຫ້ນ້ອງໆໄດ້ສືບຕໍ່ອາຊີບນີ້”.

ບາງຄວາມຄິດເຫັນກໍ່ບອກວ່າ: ຖ້າຈະໃຫ້ຢຸດການໂຄສະນາ ຫຼື ແມ່ນແຕ່ສາວເຊຍເບຍກໍ່ຢຸດການຜະລິດເບຍໄປເລີຍ ເພາະມີຜົນກະທົບຕໍ່ຄົນຈຳນວນບໍ່ຫນ້ອຍ. ນັ້ນໝາຍເຖິງຜູ້ທີ່ເຮັດວຽກກ່ຽວກັບເບຍ.

ຂະນະທີ່ບາງຄົນກໍ່ສະແດງຄວາມເຫັນໃຈ ສາວເບຍ ເພາະບາງຄົນກໍ່ໄດ້ລາຍໄດ້ເສີມຈາກການເສີບເບຍ ເພື່ອຫາເງິນສົ່ງຕົວເອງຮຽນ ຫຼຸດຜ່ອນພາລະທາງຄອບຄົວ ສະນັ້ນຄວນໃຫ້ເວລາເຂົາເຈົ້າໄດ້ຫາອາຊີບໃໝ່.

ບາງສຽງກໍ່ກໍ່ສະທ້ອນອອກມາວ່າ “ຖ້າດຸໝັ່ນເຮັດວຽກຫຍັງກໍ່ຍ່ອມໄດ້ໝົດ ບໍ່ຈຳເປັນຕອ້ງຍຶດແຕ່ອາຊິບເປັນສາວເບຍກໍໄດ້”,

ມີສາວໜຶ່ງໄດ້ສະແດງທັດສະນະວ່າ: “ສຳລັບຂ້ອຍແລ້ວເຫັນດີນຳແຈ້ງການສະບັບນີ້ທຸກປະການ, ແມ່ນຢູ່ວ່າສາວເຊຍເບຍຕົກງານ ແຕ່ການເຊຍເບຍແມ່ນເປັນຫນຶ່ງໃນການສ້າງຄ່ານິຍົມໃຫ້ຕະຫລາດແຮງງານບ້ານເຮົາບໍ່ມີທັກສະໃນການຜະລິດ, ບ້ານເຮົາບໍ່ມີຜະລິດຕະພັນກະຍ້ອນຂາດແຮງງານທີ່ມີທັກສະ, ຊອກຫາຊ່າງຕັດເສື້ອທຸກມື້ນີ້ຍັງຫາຍາກ, ຄວນປ່ຽນໄດ້ແລ້ວ ຄວນມີຄ່ານິຍົມສະແຫວງຫາທັກສະຂອງໂຕເອງແລ້ວແປຮູບມາເປັນເງິນ, ມັນອາດຈະບໍ່ງ່າຍຄືການໄປເຊຍເບຍ ແຕ່ການທີ່ມີທັກສະວິຊາອາຊີບຈະຊ່ວຍໃຫ້ເຮົາຫາກິນໄດ້ຕະຫລອດຊີວິດ, ຄວນຫັນມາຮຽນວິຊາຊີບທີ່ຈະຊ່ວຍໃຫ້ເຮົາເພິ່ມທັກສະໃນການລ້ຽງຊີບ, ຮຽນປຸງແຕ່ງ, ຕັດຫຍິບ, ກົນຈັກ, ໄຟຟ້າ, ສ້ອມແປງ….ຮຽນໃນສິ່ງທີ່ຊ່ວຍໃຫ້ໂຕເອງຫາກິນໄດ້ດ້ວຍໂຕເອງ, ຕອນຮຽນສາຂາວິຊາພວກນີ້ກະໄປຫາເຮັດວຽກທີ່ກ່ຽວຂ້ອງເພື່ອເປັນອາຊີບເສີມໄດ້, ວຽກກະບໍ່ໄດ້ຫາຍາກອີກ ເພາະບ້ານເຮົາຂາດແຮງງານວິຊາສະເພາະດ້ານສີມືແຮງງານ, ວຽກອາດຈະບໍ່ຫລູຫລາ, ບໍ່ໄດ້ແຕ່ງໂຕງາມໆ ແຕ່ຖ້າບໍ່ເລືອກວຽກກໍ່ຈະບໍ່ອຶດວຽກ, ຮຽນຈົບມາແລ້ວຖ້າບໍ່ຢາກເຮັດວຽກກະສາມາດປະກອບກິດຈະການຂອງໂຕເອງໄດ້”

ບັນຫາສາວເຊຍເບຍກາຍເປັນປະເດັນດຸເດືອດທີ່ສັງຄົມຍົກມາວິພາກວິຈານກັນ ແຕ່ຂໍໃຫ້ບັນດານັກຄິດທັງຫຼາຍນຶກຫາພາບລວມຂອງປະເທດຊາດ ພາກລັດຄົງໄຕ່ຕ້ອງດີແລ້ວກ່ອນມີແຈ້ງການອອກມາ, ຂໍ້ສຳຄັນຄືມີແຈ້ງການອອກມາແລ້ວຈະປະຕິບັດກັນແນວໃດໃຫ້ເກີດດອກອອກຜົນ ນີ້ຄືຄຳຖາມທີ່ສັງຄົມຈຳນວນຫຼາຍຕັ້ງໄວ້? ແມ່ນຢູ່ວ່າວ່າສາວເຊຍເບຍອາດຂາດລາຍໄດ້ຊ່ວງໜຶ່ງ ແຕ່ສາວໆເຫຼົ່ານັ້ນມີແຕ່ຜູ້ໜ້າຈົບຕາດີ ການໄປຫາວຽກງານທາງອື່ນຄົງບໍ່ຍາກຈົນເກີນໄປ ແລະຖ້າເຮັດອາຊີບອື່ນທີ່ເປັນວິຊາຊີບແທ້ຈະເປັນຜົນດີຕໍ່ພວກເຂົາໃນໄລຍະຍາວຢ່າງແນ່ນອນ.