ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງຮັບຮອງ 3 ຜະລິດຕະພັນໄມ້ເພື່ອສົ່ງອອກ

406

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບຮອງເອົາ 3 ລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ ປະກອບດ້ວຍຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທໍາມະຊາດ, ຜະລິດຕະພັນຫວາຍ ແລະ ໄມ້ປ່ອງ.
ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຜະລິດຕະພັນໄມ້ເພື່ອສົ່ງອອກ ( ສະບັບປັບປຸງ ), ເລກທີ 0939/ອຄ.ກອຫ ລົງວັນທີ 1 ສິງຫາ 2019 ໂດຍຮັບຮອງເອົາຜະລິດຕະພັນໄມ້ເພື່ອສົ່ງອອກ ຈໍານວນ 3 ລາຍການ ຄື: ຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທໍາມະຊາດ, ຜະລິດຕະພັນຫວາຍ ແລະ ໄມ້ປ່ອງ ໂດຍຂໍ້ຕົກລົງສະບັບນີ້ໃຊ້ປ່ຽນແທນຂໍ້ຕົກລົງ 0002/ອຄ.ກອຫ ລົງວັນທີ 3 ມັງກອນ 2018 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລາຍການຜະລິດຕະພັນໄມ້ປູກ ເພື່ອສົ່ງອອກປະກອບມີ: ໄມ້ວິກ, ໄມ້ກະຖິນນາລົງ, ໄມ້ກະຖິນເທພາ, ໄມ້ຢາງພາລາ ແລະ ໄມ້ສັກ ສາມາດສົ່ງອອກໃນທຸກຮູບແບບໂດຍມີການປຸງແຕ່ງ ຫຼື ບໍ່ປຸງແຕ່ງກໍໄດ້. ສ່ວນໄມ້ເກດສະໜາ ອະນຸຍາດໃຫ້ສົ່ງອອກໃນແບບທີ່ບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ ແລະ ໃນຮູບແບບໄມ້ເລື່ອຍຈາກສວນປູກ. ສ່ວນໄມ້ອື່ນໆທີ່ນອກເໜືອຈາກທີ່ກ່າວມາຂ້າງເທິງ ແມ່ນໃຫ້ປະຕິບັດ ຫຼື ປຸງແຕ່ງຕາມຮູບແບບ ແລະ ຄຸນລັກສະນະທີ່ກໍານົດໃນລາຍການຜະລິດຕະພັນໄມ້ທໍາມະຊາດ ເພື່ອສົ່ງອອກຂອງຂໍ້ຕົກລົງສະບັບນີ້ ຈຶ່ງອະນຸຍາດໃຫ້ສົ່ງອອກໄດ້.
ລາຍການຜະລິດຕະພັນໄມ້ທໍາມະຊາດ ( ໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ 1, 2, 3 ) ເພື່ອສົ່ງອອກປະກອບມີ:
1. ຜະລິດຕະພັນຂີ້ເລື່ອຍອັດແທ່ງ ແລະ ອັດເມັດ;2. ຜະລິດຕະພັນຖ່ານໄມ້; 3. ຜະລິດຕະພັນໄມ້ປັກເກ້ ແລະ ໄມ້ປູພື້ນ; 4. ຜະລິດຕະພັນໄມ້ອັດ; 5. ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້;6. ຜະລິດຕະພັນໄມ້ປະກອບໃນອາຄານ; 7. ເຄື່ອງຫັດຖະກໍາທີ່ເຮັດດ້ວຍໄມ້; 8. ເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້.

ສ່ວນລາຍການຜະລິດຕະພັນໄມ້ທໍາມະຊາດ ( ໄມ້ຄຸ້ມຄອງ 1, 2, 3 ) ເທົ່ານັ້ນ ເພື່ອສົ່ງອອກ ລວມມີຜະລິດຕະພັນໄມ້ປູພື້ນ ແລະ ໄມ້ປະກອບຖັງລົດ ເຊິ່ງໃນຂໍ້ຕົກລົງກໍໄດ້ກໍານົດຂະໜາດຂອງໄມ້ແຕ່ລະຊະນິດທີ່ສາມາດສົ່ງອອກໄດ້ຢ່າງຈະແຈ້ງ ໂດຍສະເລ່ຍຂະໜາດຂອງໄມ້ໜາຕໍ່າສຸດ 1,5 ຊັງຕີແມັດ ບໍ່ເກີນ 12 ຊັງຕີແມັດ, ກວ້າງບໍ່ໃຫ້ຫຼຸດ 9 ຊັງຕີແມັດ ບໍ່ເກີນ 150 ຊັງຕີແມັດ, ຍາວບໍ່ໃຫ້ຫຼຸດ 30 ຊັງຕີແມັດ ບໍ່ເກີນ 650 ຊັງຕີແມັດ ໂດຍອີງຕາມໄມ້ແຕ່ລະປະເພດ.
ລາຍການຜະລິດຕະພັນຫວາຍ ແລະ ໄມ້ປ່ອງ ທີ່ອະນຸຍາດໃຫ້ສົ່ງອອກມີ ຄື: ຜະລິດຕະພັນສໍາເລັດຮູບທີ່ເຮັດດ້ວຍຫວາຍ, ເຄື່ອງເຟີນີເຈີທີ່ເຮັດດ້ວຍຫວາຍ, ເຄື່ອງຈັກສານທີ່ເຮັດດ້ວຍຫວາຍ, ຜະລິດຕະພັນຫວາຍສໍາເລັດຮູບອື່ນໆ, ເຄື່ອງເຟີນີເຈີ ແລະ ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້ປ່ອງ, ເຄື່ອງຈັກສານທີ່ເຮັດດ້ວຍໄມ້ປ່ອງ, ຜະລິດຕະພັນໄມ້ປ່ອງອື່ນໆ ແລະ ໄມ້ຈ້າ.

ການອອກຂໍ້ຕົກລົງສະບັບນີ້ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນອີງຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ອີງຕາມມະຕິຕົກລົງຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ເລກທີ 07/ລບ ລົງວັນທີ 17 ກໍລະກົດ 2019.
ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ໄດ້ຊີ້ນຳໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2019 ວ່າ: ໃຫ້ກະຊວງທີ່ກ່ຽວຂ້ອງປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ ທີ່ເຫັນສົມຄວນສົ່ງອອກ ຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ ເພື່ອປົດລ໊ອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານ ແຕ່ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານໄດ້ກໍານົດອອກ. ພ້ອມນັ້ນ, ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປ່າໄມ້ ແລະ ຄໍາສັ່ງ 15/ນຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນຢ່າງແທ້ຈິງ.
ລາຍລະອຽດຕາມຂໍ້ຕົກລົງລຸ່ມນີ້