ດວງດາວແຫ່ງຍຸກສະໄໝ ຈະເປັນສາວນ້ອຍຄົນນີ້ ຫຼື ບໍ່ ກັບການມາແກ້ມືຂອງ ອຸໄລພອນ ສຸດທະວົງ ຫລື ໂມນ້າ ໝາຍເລກMTL02 ຜູ້ເຂົ້າປະກວດ Miss Teen Laos 2021 Top 25 ອາຍຸ 17 ປີ ຈາກນະຄອນຫຼວງວຽງຈັນ.
ນ້ອງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງ ວ່າ: ນ້ອງເອງເຄີຍປະກວດມາຫຼາຍເວທີເລີຍ ເພື່ອຕາມຫາຄວາມຝັນກໍຈະມີການປະກວດ Miss Teen Laos 2019 ( ຕິດTop 20 ), ການປະກວດ Miss Ze’seven ( ຊະນະເລີດ ), ການປະກວດTKK Laos Supermodel ( ໄດ້ລາງວັນພິເສດ Best Performance Award ) ແລະ ອີກຫຼາຍໆເວທີນ້ອງໄປສູ້ນັ້ນກໍເພື່ອຄວາມຝັນຄວາມມັກຮັກຂອງນ້ອງມາສາຍນີ້ ແລະ ການເຂົ້າໄປເປັນດາວອີກໜຶ່ງດວງໃນວົງການບັນເທີງລາວໃຫ້ໄດ້ ນ້ອງບໍ່ເຄີຍທໍ້ຖອຍເຖິງຈະປະກວດແລ້ວບໍ່ຊະນະ ແຕ່ນ້ອງຖືວ່າສິ່ງທີ່ຜ່ານມາເປັນປະສົບການທີ່ດີໃຫ້ນ້ອງເລີ່ມຕົ້ນໃໝ່ສະເໝີ.
ເນື່ອງຈາກນ້ອງໃຊ້ຄະຕິປະຈໍາໃຈຢູ່ວ່າ: “ ທໍ້ໄດ້ແຕ່ຢ່າຖອຍ ລົ້ມແຫຼວໄດ້ ແຕ່ຢ່າລົ້ມເລີກ ພັກໄດ້ ແຕ່ຢ່າຢຸດ ເຮັດໃຫ້ດີທີ່ສຸດໃນທຸກບາດກ້າວ ” ຈຶ່ງເຮັດໃຫ້ນ້ອງສູ້ ແລະ ພະຍາຍາມເດີນຕາມຄວາມຝັນມາໂດຍຕະຫຼອດ.
ສິ່ງທີ່ຢາກໃຫ້ທຸກຄົນໄດ້ເຫັນແມ່ນການສະແດງສັກກະຍະພາບດ້ານຄວາມຄິດ, ການເຕັ້ນ, ການຮ້ອງເພງການສະແດງອອກສູ່ສາຍຕາສັງຄົມ ເພື່ອໃຫ້ຄົນຮູ້ຈັກນ້ອງຫຼາຍຂຶ້ນ ແລະ ເປັນການເປີດໂລກໃບໃໝ່ຂອງຕົນເອງໃນສິ່ງທີ່ບໍ່ເຄີຍລົງມື ຈຸດເດັ່ນຂອງນ້ອງ ຄິດວ່າເປັນຄວາມພະຍາຍາມ, ການທີ່ບໍ່ຢຸດພັດທະນາຕົນເອງ ກ້າວໄປໜ້າເລື້ອຍໆ ຄວາມອົດທົນ ແລະ ທີ່ສຳຄັນຄືຄວາມໝັ້ນໃຈຂອງນ້ອງ ການຝຶກຝົນຕົນເອງ ສິ່ງນີ້ນ້ອງເຊື່ອວ່າຈະເຮັດໃຫ້ນ້ອງມັດໃຈກຳມະການ ແລະ ໄດ້ຕຳແໜ່ງມາແນ່ນອນ ນ້ອງໄດ້ມີເປົ້າໝາຍຂອງນ້ອງແລ້ວໃນປີນີ້ ນ້ອງກັບມາແກ້ມືເພື່ອຊີງມົງກຸດດວງດາວແຫ່ງຍຸກສະໄໝ ແລະ ເຮັດພາລະກິດທຸກໆຢ່າງທີ່ທາງກອງວາງໃຫ້ສໍາເລັດ.
ກ່ອນຈະກັບມາປະກວດນ້ອງມີການກຽມຕົວຫຼາຍຢ່າງເລີຍ ກໍຄືເລືອງຫຸ່ນນ້ອງໄດ້ພະຍາຍາມຫຼຸດຫຸ່ນລົງ, ຝຶກຊ້ອມຕອບຄຳຖາມ ເບິ່ງການເດີນແບບຈາກຊ່ອງທາງຕ່າງໆ ເພື່ອເປັນທິດທາງໃຫ້ຕົນເອງ, ຝຶກຍິ້ມໃຫ້ຫຼາຍຂຶ້ນ, ເບິ່ງແຍງຜິວພັນໜ້າຕາຂອງຕົນເອງໃຫ້ດີຂຶ້ນ ແລະ ກຽມຕົນເອງໃຫ້ພ້ອມໃນທຸກສະຖານະການ.
ສ່ວນກິດຈະກໍາໃນການຊ່ວຍເຫຼືອສັງຄົມແມ່ນຜ່ານມານ້ອງເອງໄດ້ມີການຊ່ວຍເຫຼືອນ້ຳຖ້ວມທີ່ປາກເຊ ໄດ້ເປັນຈິດອາສາໃນການຊ່ວຍແພັກເຄື່ອງຂອງຕ່າງໆ, ເປັນຈິດອາສາໃນໂຮງຮຽນຊ່ວຍເຫຼືອອົງການກາແດງໃນການບໍລິຈາກເລືອດໃນແຕ່ລະເທື່ອ ແລະ ໃນປັດຈຸບັນ ເນື່ອງຈາກໄລຍະໂຄວິດ – 19 ທີ່ແຜ່ລະບາດໜັກນ້ອງຄິດວ່າຍັງມີອີກຫຼາຍຄົນຕ້ອງການຄວາມຊ່ວຍເຫຼືອ ແລະ ກຳລັງໃຈ ຢາກໃຫ້ຄົນລາວທຸກຄົນຮັກແພງກັນ ເຊື່ອຟັງຄຳຕັກເຕືອນທີ່ທາງລັດວາງອອກໃຫ້ຫຼຸດຜ່ອນຄົນຕິດເຊຶ້ອ.
ກິດຈະກຳຍາມວ່າງຂອງນ້ອງ ກໍຈະມັກຫຼິ້ນນຳໝາຂອງນ້ອງ, ຂາຍເຄື່ອງອອນລາຍຕ່າງໆ ເພື່ອສ້າງລາຍໄດ້ເຂົ້າສູ່ຄອບຄົວ ແລະ ຕົນເອງ. ນອກນີ້, ນ້ອງຍັງມີຮ້ານປີ້ງຈີນອີກດ້ວຍທີ່ເຮັດໃນໄລຍະນີ້ ແລະ ໄດ້ເຮັດຜົງແຈ່ວປີ້ງຈີນຂາຍສົ່ງອອກໃນຫຼາຍບ່ອນຊື່ວ່າ ” ຜົງແຈ່ວປີ້ງຈີນ B-Mo ” ໄດ້ມີການອອກກຳລັງກາຍຕີດອກປີກໄກ່ແລ້ວຍັງຝຶກເດີນແບບຢູ່ເຮືອນເອງຕະຫຼອດ ຜົນງານທີ່ຜ່ານມາຂອງນ້ອງກໍຄືການໄດ້ຮັບລາງວັນ ຫຼື ຕໍາແໜ່ງໃນການປະກວດຕ່າງໆເດີນແບບໂຊຊຸດນາງສັງຂານ, ຖ່າຍ MV ມີຊ່ອງ Youtube ຂອງຕົນເອງຊື່ວ່າ ” MONA OLP CHANNEL ” ສຸດທ້າຍນີ້ກໍຢາກໃຫ້ທຸກຄົນຝາກຕິດຕາມນ້ອງ ແລະ ຄິດວ່າຈະມີຜົນງານດີໆອອກມາໃຫ້ຮັບຊົມກັນຢູ່ເລື້ອຍໆ ເປັນກຳລັງໃຈໃຫ້ໂມນ້າ MTL02 ໃນການປະກວດ Miss Teen Laos2021 ໃນປີນີ້ແດ່ເດີ ການກັບມາຂອງໂມນ້າປີນີ້ຈະບໍ່ເຮັດໃຫ້ທຸກຄົນຜິດຫວັງ ແລະ ມີຫຼາຍສິ່ງທີ່ໜ້າຕື່ນເຕັ້ນແນ່ນອນ ເຟສບຸ໊ກ: Mona Olp Soutthavong.
ຮູບ: Mona Olp Soutthavong