ອຸດສາຫະກຳລົດຍົນເຢຍລະມັນ ການຜະລິດລົດປີນີ້ອາດບໍ່ບັນລຸເປົ້າ

227

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະມາຄົມຜູ້ຜະລິດລົດຍົນຂອງເຢຍລະມັນ ( VDA ) ຄາດການວ່າການຜະລິດລົດໃນປີນີ້ຈະຢູ່ທີ່ລະດັບ 3,6 ລ້ານຄັນ ຫຼຸດລົງ 4 ແສນຄັນ ຈາກທີ່ເຄີຍຄາດການໄວ້ກ່ອນໜ້ານີ້ ເນື່ອງຈາກການຟື້ນຕົວຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ – 19 ເປັນໄປຢ່າງຫຼ້າຊ້າ ເຮັດໃຫ້ ຄວາມຕ້ອງການຂອງຕະຫຼາດລົດຍົນຍັງຊະລໍຕົວ.

ລາຍງານລະບຸວ່າ: ການຜະລິດລົດໃຫຍ່ໃນໄລຍະ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 13% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ຢູ່ທີ່ລະດັບ 1,7 ລ້ານຄັນ ແຕ່ການຜະລິດລົດໃນເດືອນມິຖຸນາໄດ້ຫຼຸດລົງເຖິງ 19%. ທັງນີ້, ອຸດສາຫະກຳຜະລິດລົດຍົນໃນເຢຍລະມັນ ມີສັດສ່ວນປະມານ 5% ຂອງຜົນຜະລິດທາງເສດຖະກິດ ແລະ ສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 8 ແສນຕຳແໜ່ງງານ.