ເປີດໃໝ່! ຈຸດບໍລິການສັກວັກຊີນ ໃນເຂດພັດທະນາກວມລວມໄຊເຊດຖາ

459

ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງການສັກວັກຊີນປ້ອງກັນໂຄວິດສຳລັບພະນັກງານຂອງວິສາຫະກິດ ແລະ ແຮງງານກໍ່ສ້າງທີ່ເຂົ້າມາເຮັດວຽກຢູ່ໃນເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ, ເລັ່ງສ້າງພູມຄຸ້ມກັນໃຫ້ແກ່ຊຸມຊົນ, ຮັບປະກັນການຜະລິດທີ່ລາບລື່ນຂອງວິສາຫະກິດທີ່ຢູ່ໃນເຂດພັດທະນາກວມລວມໄຊເຊດຖາ, ເພື່ອການດຳລົງຊີວິດ ແລະ ການເຮັດວຽກຂອງພະນັກງານຢ່າງສະບາຍໃຈ. ພາຍໃຕ້ຄວາມພະຍາຍາມປະສານງານຂອງບໍລິສັດ ຮ່ວມທຶນລາວ-ຈີນ ຈຳກັດ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ໃນຕອນເຊົ້າຂອງ ວັນທີ 21 ມິຖຸນາ ຄະນະສະເພາະກິດປ້ອງກັນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ສົ່ງທີມແພດໜ່ວຍພິເສດຫຼາຍກວ່າ 30 ກວ່າຄົນ ມາຕັ້ງຈຸດສັກວັກຊີນກັນໂຄວິດຊົ່ວຄາວຢູ່ເຂດພັດທະນາກວມລວມໄຊເຊດຖາ ເພື່ອດຳເນີນການສັກວັກຊີນໃຫ້ວິສາຫະກິດ ແລະ ແຮງງານກໍ່ສ້າງໃນເຂດດັ່ງກ່າວເປັນເວລາ 2 ວັນ.


ເຂດພັດທະນາແມ່ນກຳນົດຫ້ອງວາງສະແດງຂອງເຂດພັດທະນາເປັນຈຸດສັກວັກຊີີນ, ໂດຍຈະປະຕິບັດຕາມຂໍ້ກຳນົດຂອງຄະນະສະເພາະກິດປ້ອງກັນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ໃນນັ້ນຈະມີຈຸດລົງທະບຽນ, ຈຸດຮັບວັກຊີນ ແລະ ຈຸດຕິດຕາສັງເກດອາການຫຼັງສັກວັກຊີນ, ຫ້ອງໃຫ້ຜູ້ທີ່ມີອາການຂ້າງຄຽງພັກຜ່ອນ ພ້ອມທັງໄດ້ຈັດພະນັກງານຂອງ ບໍລິສັດ ຮ່ວມທຶນ ລາວ-ຈີນ ຈຳກັດ ແລະ ທີມງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ມາຊ່ວຍວຽກທີມງານແພດໝໍໃນການລົງທະບຽນ, ການຈັດຄິວສັກວັກຊີນ, ການກວດສອບແບບຟອມ, ແປພາສາ ແລະ ອື່ນໆ.

ມາດຕະການຕໍ່ຜູ້ທີ່ມາໃຊ້ບໍລິການໃນຈຸດຮັບວັກຊີນນັ້ນຕ້ອງໃສ່ຜ້າປິດປາກ ແລະ ຢືນລຽນແຖວລໍຖ້າ ເວັ້ນໄລຍະຫ່າງ 1 ແມັດ.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ນຳພາຄະນະລົງມາ ກວດກາ ແລະ ຊີ້ນໍາມາດຄະການດັ່ງກ່າວຢູ່ ສະຖານທີ່ສັກວັກຊີນ, ພ້ອມທັງໄດ້ມີການປະຊຸມຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ຜູ້ພັດທະນາຢູ່ທີ່ພາກສະໜາມ. ຜູ້ອໍານວຍການຂອງ ບໍລິສັດ ຮ່ວມທຶນລາວ-ຈີນ ຈຳກັດ ໄດ້ລາຍງານສະພາບການໂດຍຫຍໍ້ຕໍ່ ທ່ານ ພູວົງ ວົງຄຳຊາວ ກ່ຽວກັບມາດຕະການທີ່ນໍາມາໃຊ້ປ້ອງກັນ ແລະ ຄວບຄຸມການແຜ່ລະບາດໃນເຂດພັດທະນາກວມລວມໄຊເຊດຖາຕັ້ງແຕ່ເກີດການແຜ່ລະບາດໃນລາວລວມເຖິງສະພາບການສັກວັກຊີນໃນຄັ້ງນີ້.


ທ່ານ ພູວົງ ວົງຄຳຊາວ ໄດ້ຕີລາຄາສູງຕໍ່ກັບການນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດທີ່ທັນເວລາ ແລະ ມີປະສິດທິຜົນຂອງເຂດພັດທະນາກວມລວມໄຊເຊດຖາ ແລະ ຫວັງວ່າເຂດພັດທະນາຈະສືບຕໍ່ຮັດແໜ້ນການປ້ອງກັນຄວມຄຸມການລະບາດ, ຮ່ວມມືຢ່າງຕັ້ງໜ້າກັບຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ສືບຕໍ່ຮັກສາສະຖິຕິການຕິດເຊື້ອເປັນ “ສູນ” ໃນເຂດພັດທະນາຕໍ່ໄປ.

ພ້ອມດຽວກັນ ທ່ານ ພູວົງ ວົງຄໍາຊາວ ຍັງໄດ້ຮຽກຮ້ອງໃຫ້ສະຖານທີ່ສັກວັກຊີນຂອງເຂດພັດທະນາດຳເນີນການຂ້າເຊື້ອ ແລະລະບາຍອາກາດໃນສະພາບແວດລ້ອມດັ່ງກ່າວ, ຈັດສັນກຸ່ມຄົນທີ່ມາຮັບວັກຊີນຢ່າງເປັນລະບຽບ ເພື່ອຫລີກລ້ຽງຄວາມສ່ຽງໃນການຕິດເຊື້ອທີ່ອາດຈະເກີດຂຶ້ນທັງໝົດ ແລະ ວາງແຜນການສັກວັກຊີນເປັນຢ່າງດີ, ຮັບປະກັນການສັກວັກຊີນໃນກຸ່ມຄົນຈໍານວນຫຼັຍໃນຄັ້ງນີ້ ໃຫ້ມີຄວາມປອດໄພ, ມີປະສິດທິພາບ ແລະ ເປັນລະບຽບຮຽບຮ້ອຍ.
ຕາມການລາຍງານໃນຄັ້ງນີ້, ທີມແພດຈະດຳເນີນການສັກວັກຊີນໃຫ້ພະນັກງານໃນເຂດພັດທະນາຫລາຍກວ່າ 2000 ຄົນໃຫ້ສຳເລັດພາຍໃນເວລາ 2 ວັນ, ວັກຊີນທີ່ນຳໃຊ້ຄື ຊີໂນຟາມ ເປັນວັກຊີນປ້ອງກັນພະຍາດລະບາດ ໂຄວິດ19 ຂອງຈີນທັງໝົດ.