ຕາມຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ສື່ອາເມຣິກາແຈ້ງຂ່າວວ່າ, ຍ້ອນເຄືອຂ່າຍທໍ່ສົ່ງນ້ຳມັນເຊື້ອໄຟໃຫຍ່ທີ່ສຸດຢູ່ພາກຕາເວັນອອກຂອງອາເມຣິກາຖືກໂຈມຕີທາງອິນເຕີເນັດ ເຮັດໃຫ້ການເຮັດວຽກຢຸດສະງັດ, ວັນທີ 9 ພຶດສະພານີ້, ລັດຖະບານອາເມຣິກາໄດ້ປະກາດວ່າ 17 ລັດ ແລະເຂດພິເສດວໍຊິງຕັນໄດ້ເຂົ້າສູ່ພາວະສຸກເສີນ, ເພື່ອຍົກເລີກຂໍ້ຈຳກັດ ຕ່າງໆທີ່ມີຕໍ່ການຂົນສົ່ງວັດຖຸເຊື້ອໄຟ.
ຕາມຂ່າວCNN ລາຍງານວ່າ: ວັນທີ 7 ພຶດສະພານີ້ຕາມເວລາທ້ອງຖິ່ນ, ບໍລິສັດທໍ່ສົ່ງນ້ຳມັນເຊື້ອໄຟໂຄໂລນຽວທີ່ເປັນຜູ້ຄຸ້ມຄອງລະບົບທໍ່ສົ່ງນ້ຳມັນສຳເລັດຮູບຂະໜາດໃຫຍ່ຂອງອາເມຣິກາຖືກໂຈມຕີທາງອິນເຕີເນັດ. ວັນທີ 8 ພຶດສະພານີ້, ບໍລິສັດດັ່ງກ່າວໄດ້ອອກຖະແຫຼງການວ່າ, ຫຼັງຈາກຖືກໂຈມຕີດ້ວຍໄວຣັດຄອມພິວເຕີຊື່ຣັນຊົມແວແລ້ວ, ບໍລິສັດໄດ້ຕັດການເຊື່ອມຕໍ່ເຄືອຂ່າຍທໍ່ສົ່ງຈຳນວນໜຶ່ງ ເພື່ອສະກັດກັ້ນການຂົ່ມຂູ່ຈາກໄວຣັດດັ່ງກ່າວ, ນີ້ໄດ້ເຮັດໃຫ້ ການເຮັດວຽກຂອງລະບົບທໍ່ສົ່ງທັງໝົດຕ້ອງຢຸດຕິເປັນການຊົ່ວຄາວ.
ທໍ່ສົ່ງນ້ຳມັນຂອງບໍລິສັດໂຄໂລນຽວມີຄວາມຍາວເຖິງ 8.851 ກິໂລແມັດ, ແມ່ນລະບົບທໍ່ສົ່ງນ້ຳມັນເຊື້ອໄຟຂະໜາດໃຫຍ່ທີ່ສຸດຢູ່ພາກຕາເວັນອອກຂອງອາເມຣິກາ, ເຮັດໜ້າທີ່ຂົນສົ່ງນ້ຳມັນກວມເຖິງ 45% ຢູ່ພາກຕາເວັນອອກຂອງອາເມຣິກາ.
ສື່ມວນຊົນຫຼາຍແຫ່ງຂອງອາເມຣິກາວິເຄາະວ່າ, ການໂຈມຕີທາງອິນເຕີເນັດໂດຍແນໃສ່ລະບົບພະລັງງານຂອງອາເມຣິກາພວມເກີດຂຶ້ນເລື້ອຍໆ, ນີ້ເປັນການເປີດເຜີຍເຖິງຂໍ້ບົກຜ່ອງດ້ານຄວາມປອດໄພດ້ານອິນເຕີເນັດຂອງລະບົບພື້ນຖານໂຄງລ່າງຂະໜາດໃຫຍ່ຂອງອາເມຣິກາ, ພ້ອມກັນນັ້ນ, ກໍເປັນສິ່ງທ້າທາຍສຳລັບທຳນຽບຂາວ.
ທີ່ມາ:ຊີອາໄອ