ອິສຣາເອລ ພົບຜູ້ຕິດເຊື້ອໂຄວິດສາຍພັນບຣາຊິລ ແລະ ຊິລີ

465

ລັດຖະບານອິສຣາເອລກວດພົບຜູ້ຕິດເຊື້ອ-19 ສາຍພັນບຣາຊິລ ແລະ ຊິລີ ຂະນະດຽວກັນຍັງພົບຜູ້ຕິດເຊື້ອສາຍພັນອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເທລອາວີຟ ປະເທດອິດສະຣາເອລ ເມື່ອວັນອັງຄານ ທີ 4 ພຶດສະພາ ວ່າ ກະຊວງສາທາລະນະສຸກອິສຣາເອລໄດ້ຖະແຫຼງການ ເມື່ອວັນຈັນ ຜ່ານມາ ເລື່ອງການກວດພົບຊາຍຜູ້ໜຶ່ງທີ່ສັກວັກແຊັງປ້ອງກັນໂຄວິດ-19 ຄົບ 2 ໂດສແລ້ວ ແລະ ແອນ້ອຍຄົນໜຶ່ງຕິດເຊື້ອໂຄວິດສາຍພັນໃໝ່ທີ່ກຳເນີດໃນບຣາຊິລ ແລະ ຜູ້ປ່ວຍອີກຄົນໜຶ່ງທີ່ຮັບວັກແຊັງຄົບ 2 ໂດສ ເຊັ່ນກັນ ແຕ່ຕິດເຊື້ອກາຍພັນຈາກຊິລີ.

ທັງນີ້ ບຸກຄົນທັງ 3 ຫາກໍເດີນທາງມາຈາກຕ່າງປະເທດ. ຢ່າງໃດກໍ່ຕາມ, ລັດຖະບານອິສຣາເອລປະຕິເສດເປີດເຜີຍປະເທດຕົ້ນທາງ ແລະ ຖະແຫຼງການບໍ່ມີເນື້ອໃນຈະແຈ້ງວ່າ ຜູ້ປ່ວຍທັງ 3 ມີອາການເປັນແນວໃດ. ແຕ່ໃນຂະນະດຽວກັນ ລັດຖະບານ ຢືນຢັນພົບປະຊາຊົນອິສຣາເອລ ຕິດເຊື້ອໂຄວິດສາຍພັນອິນເດຍ 19 ຄົນໃນຮອບວັນຫຼ້າສຸດ. ເຮັດໃຫ້ປັດຈຸບັນ ອິສຣາເອລ ມີຜູ້ປ່ວຍສະສົມຈາກໂຄວິດ-19ສາຍພັນອິນເດຍ ເພີ່ມຂຶ້ນຢ່າງໜ້ອຍ 60 ຄົນ.

ຢ່າງໃດກໍຕາມ, ມາຮອດປັດຈຸບັນ ຍັງບໍ່ມີຄວາມຊັດເຈນ ຫຼື ມີຫຼັກຖານທີ່ຊີ້ເປັນຮູບປະທຳທາງການແພດວ່າ ເຊື້ອໄວຣັສໂຄໂລນາກາຍພັນທີ່ວ່າຈະກຳເນີດຈາກປະເທດໃດ ສົ່ງຜົນຕໍ່ປະສິດທິພາບຂອງວັກແຊັງໄດ້ໜ້ອຍ ຫຼື ຫຼາຍປານໃດ. ແຕ່ຢ່າງໃດກໍດີ ລັດຖະບານອິສຣາເອລບໍ່ແນະນຳໃຫ້ປະຊາຊົນເດີນທາງໄປຕ່າງປະເທດໃນໄລຍະນີ້.

ປັດຈຸບັນປະເທດອິສຣາເອລ ມີຜູ້ຕິດເຊື້ອຈາກໂຄວິດ-19 ຫຼາຍກວ່າ 830.000 ຄົນ ຍັງເຫຼືອຜູ້ປິ່ນປົວໃນລະບົບ ປະມານ 1.250 ຄົນເທົ່ານັ້ນ ສະຖິຕິຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 6.367 ຄົນ.