- ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນປະເທດອິນເດຍ ເພິ່ມຂຶ້ນເກືອບ 400.000 ຄົນຕໍ່ມື້ ສ່ວນຜູ້ເສຍຊີວິດແຕ່ລະວັນຫຼາຍກວ່າ 3.000 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດນລີ ປະເທດອິນເດຍ ເມື່ອວັນອາທິດ ທີ 2 ພຶດສະພາ ວ່າ: ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງຜ່ານມາ ຢືນຢັນຜູ້ຕິດເຊື້ອໃໝ່ 392.488 ຄົນ ເຮັດໃຫ້ປັດຈຸບັນປະເທດອິນເດຍມີຜູ້ຕິດເຊື້ອທີ່ຢືນຢັນແລ້ວຫຼາຍກວ່າ 19,5 ລ້ານຄົນ ຫຼາຍທີ່ສຸດໃນອາຊີ ແລະ ອັນດັບ 2 ຂອງໂລກຮອງຈາກສະຫະລັດ ອາເມຣິກາ.
ຂະນະທີ່ ໃນຮອບວັນ ໄດ້ຢືນຢັນຜູ້ເສຍຊີວິດເພີ່ມອີກ 3.689 ຄົນ ກາຍເປັນສະຖິຕິປະຈຳວັນສູງສຸດຄັ້ງໃໝ່ ເພີ່ມຈຳນວນຜູ້ເສຍຊີວິດສະສົມຢ່າງໜ້ອຍ 215.542 ຄົນ ຫຼາຍທີ່ສຸດອັນດັບ 3 ຂອງໂລກ ຮອງຈາກສະຫະລັດ ແລະ ບຣາຊິນ ແຕ່ຍັງມີຄົນເຈັບຕ້ອງເຂົ້າຮັບການປິ່ນປົວໃນລະບົບອີກຢ່າງໜ້ອຍ 3.349.644 ຄົນ.
ປະເທດອິນເດຍເລີ່ມສັກວັກແຊັງປ້ອງກັນໂຄວິດ-19 ໄລຍະທີ 3 ຕັ້ງແຕ່ວັນເສົາ ທີ 1 ພຶດສະພາຜ່ານມາ ໂດຍເປົ້າໝາຍແມ່ນກຸ່ມອາຍຸລະຫວ່າງ 18-44 ປີ ເຊິ່ງເປັນກຸ່ມສຸດທ້າຍອີງຕາມແຜນຍຸດທະສາດ ເຖິງວ່າລັດຫຼາຍລັດສາມາດປະຕິບັດໄດ້ຕາມກຳນົດໝາຍ ແຕ່ຫຼາຍລັດ ແລະ ຫຼາຍເມືອງໃຫຍ່ຫຼາຍແຫ່ງ ລວມທັງນະຄອນຫຼວງນິວເດນລີ ແລະ ນະຄອນມຸມໄບ ຍັງບໍ່ສາມາດເລີ່ມສັກວັກແຊັງໃຫ້ແກ່ປະຊາຊົນໄດ້ຕາມແຜນການ.
ຢ່າງໃດກໍຕາມ, ຢາວັກແຊັງສະປຸກນິກ ຊຸດທຳອິດ 150.000 ໂດສ ເດີນທາງຈາກຣັດເຊຍໄປອິນເດຍ ເມື່ອວັນເສົາຜ່ານມາ ໂດຍຈະມີການໃຊ້ວັກແຊັງຈຳນວນໜຶ່ງເພື່ອຕໍ່ຍອດການຜະລິດໃນອະນາຄົດ. ໂດຍວັກແຊັງສະປຸກນິກ ວີ ພັດທະນາໂດຍສະຖາບັນກາມາເລຢາຂອງຣັດເຊຍທີ່ໃຊ້ເຕັກໂນໂລຊີໄວຣັລ ເວັກເຕີ ໃຊ້ອະດິໄນໄວຣັສສາຍພັນ “AD5” ຮ່ວມກັບ “AD 26” ຂອງຄົນ ສັກຫ່າງກັນ 21 ວັນ ລະຫວ່າງໂດສທຳອິດ ແລະ ໂດສ 2.