ເປີດໂຄງການສ້າງຄວາມເຂັ້ມແຂງ ໃຫ້ວິສາຫະກິດຮັບມືວິກິດໂຄວິດ – 19

106

ອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື SDC ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດໂຄງການສະໜັບສະໜູນສ້າງຄວາມສາມາດໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມືຜົນກະທົບຈາກໂຄວິດ – 19.

ພິທີເປີດໂຄງການມີຂຶ້ນວັນທີ 7 ເມສາ 2021 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ຈອນ ຟຣັງຊົວ ຄູໂນດ ຜູ້ອໍານວຍການອົງການ SDC ມີພາກທຸລະກິດອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ທຸລະກິດຂອງພວກເຮົາມີຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ, ຫຍຸ້ງຍາກໃນການເຂົ້າເຖິງເຕັກໂນໂລຊີໃໝ່, ຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນ – ຂ່າວສານ ເຊິ່ງເຮັດໃຫ້ທຸລະກິດມີຂໍ້ຈໍາກັດ, ການລະບາດຂອງພະຍາດໂຄວິດ – 19 ແມ່ນກະທົບໜັກຕໍ່ພາກທຸລະກິດທ່ອງທ່ຽວ, ການບໍລິການໂຮງແຮມ, ນອກນັ້ນທຸລະກິດທີ່ເປັນລະບົບຕ່ອງໂສ້ການຜະລິດ, ການສະໜອງກັບພາກພື້ນ.

ພາຍຫຼັງເຊັນບົດບັນທຶກຊ່ວຍຈໍາໂຄງການດັ່ງກ່າວ ພວກເຮົາມີເວລາ 18 ເດືອນ ເພື່ອເຮັດໜ້າທີ່ພີ່ລ້ຽງໃຫ້ແກ່ຜູ້ປະກອບການຂອງລາວໃນການປັບປຸງການດໍາເນີນທຸລະກິດ, ປັບປຸງຄວາມອາດສາມາດເຂົ້າເຖິງແຫຼ່ງທຶນ, ປັບປຸງການບໍລິຫານຈັດການທຸລະກິດຂອງເຂົາເຈົ້າ ເພື່ອເຮັດແນວໃດໃຫ້ ເອັສເອັມອີ ຂອງລາວຢູ່ລອດໃນໄລຍະຂ້າມຜ່ານວິກິດໂຄ ວິດ – 19.

ທ່ານ ຈອນ ຟຣັງຊົວ ຄູໂນດ ໄດ້ກ່າວວ່າ: ໂຄງການດັ່ງກ່າວຈະຊ່ວຍຊຸກຍູ້ສ້າງຄວາມຮ່ວມມືໃຫ້ ເອັສເອັມອີ ໃນການສ້າງ ຄວາມເຂັ້ມແຂງຮັບມືວິກິດການລະບາດຂອງໂຄວິດ – 19, ຜ່ານມາເຫັນວ່າລັດຖະບານລາວ ສາມາດມີມາດຕະການປ້ອງກັນໂຄວິດ – 19 ໄດ້ດີຫຼາຍ ເຊິ່ງລັດຖະບານສະວິດ ໄດ້ໃຫ້ຄວາມສໍາຄັນໃນການຮັບມືວິກິດການດັ່ງກ່າວໂດຍໄດ້ຈັດສັນງົບປະມານຊ່ວຍເຫຼືອຫຼາຍປະເທດ ລວມທັງ ສປປ ລາວ.

ເຊິ່ງໃນນັ້ນເຮົາຈະເບິ່ງຍຸດທະສາດຄວາມເທົ່າທຽມບົດບາດຍິງ – ຊາຍ, ສົ່ງເສີມຜູ້ປະກອບການຍິງ, ຊາວໜຸ່ມລາວ, ສ້າງ ຄວາມສົມດຸນໃນການນໍາໃຊ້ແຮງງານ, ສ້າງແຮງງານທີ່ມີທັກສະ ແລະ ອື່ນໆ.

ໃນພິທີຍັງມີການເຊັນບົດບັນທຶກຊ່ວຍຈໍາ ໂຄງການສະໜັບສະໜູນສ້າງ ຄວາມສາມາດໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຮັບມີຜົນກະທົບຈາກໂຄວິດ – 19 .

ສໍາລັບໂຄງການດັ່ງກ່າວມີໄລຍະເວລາ ແຕ່ເດືອນທັນວາ 2020 – ເດືອນພຶດສະພາ 2022.