ໂຄງການກໍ່ສ້າງ ລະບົບນ້ຳປະປາໃນເທດສະບານເມືອງນອງປະຕິບັດໄດ້ແລ້ວ 43%

154

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຮັດວຽກທີ່ເມືອງນອງ ໃນວັນທີ 9 ທັນວາ 2020 ກໍ່ໄດ້ໄປຢ້ຽມຢາມເບິ່ງ ໂຄງການກໍ່ສ້າງລະບົບນ້ຳປະປາ ໃນເທດສະບານເມືອງນອງ ເຊິ່ງມາຮອດປະຈຸບັນສາມາດປະຕິບັດໄດ້ແລ້ວ 43% ຂອງແຜນການງົບປະມານ ແລະ ຄາດວ່າຈະປະຕິບັດໃຫ້ສຳລັດຕາມແຜນການໃນ 6 ເດືອນຕໍ່ໜ້າ.


ຕາມການລາຍງານຂອງວິຊາການປະຈໍາໂຄງການໄດ້ໃຫ້ຮູ້ວ່າ: ໂຄງການຊັນວິດ ຫຼືໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ ແມ່ນໄດ້ຮັບທຶນຈາກສະຫະພາບເອີຣົບ ໂດຍຜ່ານທະນາຄານພັດທະນາ (KFW)ຂອງປະເທດເຢຍລະມັນ ໂດຍລັດທະບານລາວສົມທົບທຶນ 15%,ໂຄງການແມ່ນພາຍໃຕ້ການຊີ້ນຳຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນນັ້ນແມ່ນຕ້ອງຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ, ສະເພາະການຈັດຕັ້ງປະຕິບັດການກໍ່ສ້າງລະບົບອ່າງນໍ້າ ແລະ ລະບົບວາງທໍ່ຕ່າງໆ ຂອງໂຄງການທີ່ເມືອງນອງ ແມ່ນບໍລິສັດໜູຄຳກໍ່ສ້າງເປັນຜູ້ຮັບເໝົາ ໃນມູນຄ່າ 9 ຕື້ 500 ລ້ານກ່ວາກີບ, ປະກອບມີ 2 ສັນຍາ.

ສັນຍາທີ 1 ສຳຫຼັບເຂດບ້ານອ້ອມຮອບຕົວເມືອງ ແມ່ນປະກອບມີ 6 ບ້ານເປົ້າໜາຍຄື : ບ້ານສະດິ, ບ້ານດົງນາສານ, ບ້ານຫີນສະຫວ່າງ, ບ້ານປູນຕົງ, ບ້ານປູນຍາງ ແລະ ບ້ານ ປູນສິເຢີງ, ຜ່ານການກໍ່ສ້າງຕົງຈິງໄດ້ເລີ່ມແຕ່ວັນທີ 1 ເມສາ 2020 ຮອດປະຈຸບັນ ສາມາດປະຕິບັດໄດ້ 43% ຂອງມູນຄ່າລວມທັງໜົດ 5 ຕື້ 200 ລ້ານກ່ວາກີບ. ໃນນັ້ນປະກອບມີວຽກວາງທໍ່ ປະຕິບັດໄດ້ 65%, ວຽກກໍ່ສ້າງອ່າງ ຂະໜາດ 25 ແມັດກ້ອນ ຈຳນວນ 6 ອ່າງ ປະຕິບັດໄດ້ 45%, ວຽກເຈາະນ້ຳບາດານ ຈຳນວນ 12 ບໍ່ ປະຕິບັດໄດ້ 100%, ວຽກຕິດຕັ້ງລະບົບໄຟຟ້າ ປະຕິບັດໄດ້ 25 %.

ອີກສັນຍາໜຶ່ງແມ່ນ ບ້ານໃນຕົວເມືອງນອງ ແມ່ນກອບມີ 1 ບ້ານເປົ້າໜາຍຄື : ບ້ານ ນອງວິໄລ, ຜ່ານການກໍ່ສ້າງຕົງຈິງເລີ່ມແຕ່ວັນທີ 1 ເມສາ 2020 ຮອດປະຈຸບັນ ສາມາດປະຕິບັດໄດ້: 31% ຂອງມູນຄ່າລວມ 4 ຕື້ 372 ລ້ານກ່ວາກີບ, ໃນນັ້ນປະກອບມີ ວຽກກໍ່ສ້າງຫ້ອງການ ປະຕິບັດໄດ້ 60%, ວາງທໍ່ປະຕິບັດໄດ້ 13%, ກໍ່ສ້າງອ່າງຂະໜາດ 150 ແມັດກ້ອນ ຈຳນວນ 1 ອ່າງ, ປະຕິບັດໄດ້ 58%, ເຈາະນ້ຳບາດານຈຳນວນ 12 ບໍ່ ປະຕິບັດໄດ້ 100%, ຕິດຕັ້ງລະບົບໄຟຟ້າປະຕິບັດໄດ້ 45%, ເຊິ່ງຄາດວ່າໂຄງການຈະສຳເລັດໃນເດືອນ ພຶດສະພາ 2021.


ໂອກາດນີ້ທ່ານ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ເນັ້ນໃຫ້ບໍລິສັດຮັບເໝົາ ບໍລິສັດໜູຄຳກໍ່ສ້າງ ຕ້ອງໄດ້ເອົາໃຈໃສ່ເຮັດໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ເຮັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ທັງນີ້ ກໍ່ເພື່ອເປັນການປະກອບສ່ວນພັດທະນາໃຫ້ເມືອງນອງມີໃບໜ້າໃໝ່ ມີລະບົບນ້ຳປະປາທີ່ສະອາດໃຊ້ ແລະ ພັດທະນາໄດ້ຕາມແຜນງານຂອງກອງປະຊຸມໃຫຍ່ຂັ້ນຂອງຕົນທີ່ວາງໄວ້.

ແຫຼ່ງທີ່ມາ: