ຊັບມະຫາໄຊ ບໍລິສັດນ້ອງໃໝ່ພ້ອມເປີດໂອກາດນັກສຶກສາຈົບໃໝ່ທີ່ສົນໃຈ ດິນ – ເຮືອນ – ລົດ

289

ຫາກໍເປີດໄດ້ 2 ປີ ແຕ່ຜົນຕອບຮັບເກີນຄາດ ຜ່ານມາມີຫຼາຍໂຄງການດິນຈັດສັນພ້ອມເຮືອນທີ່ເປີດບໍລິການເນັ້ນສ້າງໂອກາດໃຫ້ຄົນທີ່ກໍ່ຮ່າງສ້າງຕົວໃໝ່ ພາຍໃຕ້ນະໂຍບາຍດ້ານລາຄາທີ່ສົມເຫດສົມຜົນເລີ່ມຕົ້ນທີ່ 750.000 ກີບ ແລະ ກໍາລັງມີແຜນຂະຫຍາຍສູ່ຕ່າງແຂວງ.

ທ່ານ ນາງ ພານິວັນ ລັດຕະນະໂກສົນ ປະທານບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ (Zupmahaxay Real Estate) ຫຼື ທີ່ຫຼາຍຄົນຮູ້ຈັກດີໃນໂລກອອນລາຍແມ່ນ ສາວນ້ອຍ ມືຊຽນ ອະສັງຫາລິມະຊັບ ໄດ້ໃຫ້ຮູ້ວ່າ: ກໍ່ຕັ້ງບໍລິສັດໄດ້ 2 ປີກວ່າ ລວມມີ 10 ກວ່າໂຄງການທີ່ເປີດໃຫ້ຈັບຈອງ ແລະ ປັດຈຸບັນມີ 6 ໂຄງການທີ່ກໍາລັງດໍາເນີນການເລີ່ມຕົ້ນໃຫ້ຜ່ອນໃນລາຄາ 750.000 ກີບ/ເດືອນ ໂດຍມີໂຄງການຢູ່ຊຽງດາ, ນາຄວາຍ, ເມືອງນ້ອຍ ແລະ ດອນໜູນ     ( ນະຄອນຫຼວງວຽງຈັນ ).

ຕະຫຼອດໄລຍະທີ່ດໍາເນີນທຸລະກິດອະສັງຫາ ທ່ານປະທານບໍລິສັດ ຍອມຮັບວ່າ: ມີທັງສຸກ ແລະ ທຸກ, ຄວາມທ້າທາຍ ແລະ ພາກພູມໃຈ ໂດຍສະເພາະໃນໄລຍະໂຄວິດ – 19 ລະບາດຮ້າຍແຮງແມ່ນຖືກກະທົບແສນສາຫັດ ເຖິງຂັ້ນເອົາວັດຖຸ – ຊັບສິນໄປຈໍານໍາເພື່ອໃຊ້ໜີ້ ລວມມູນຄ່າ 1 ຕື້ກວ່າກີບ. ແຕ່ດ້ວຍປະສົບການຊີວິດທີ່ເຄີຍຜ່ານຜ່າຄວາມຫຍຸ້ງຍາກລໍາບາກມາກ່ອນ ກາຍເປັນຕົ້ນທຶນສໍາຄັນໃນການລຸກຂຶ້ນສູ້ພ້ອມກ້າວໄປຂ້າງໜ້າດ້ວຍຄວາມທໍລະຫົດ ແລະ ກາຍເປັນຄວາມພາກພູມໃຈໃນຄວາມມຸ່ງໝັ້ນຂອງຕົນເອງທີ່ສາມາດຟື້ນຕົວໄດ້ພາຍໃນໄລຍະສັ້ນໆ.

ປັດຈຸບັນ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະຊັບ ກໍາລັງດໍາເນີນການພາຍໃຕ້ຄວາມມຸ່ງໝັ້ນ ຕອບໂຈດຕາມຕ້ອງການຂອງຄົນຮຸ່ນໃໝ່ແມ່ນກະທັງນັກສຶກສາຈົບໃໝ່ ຫຼື ຜູ້ທີ່ສ້າງຄອບຄົວໃໝ່ ເຊິ່ງໃຜໆກໍລ້ວນແຕ່ຢາກມີກໍາມະສິດນໍາໃຊ້ທີ່ດິນ, ເຮືອນ ແລະ ລົດ ກໍເລີຍຫວັງຕອບໂຈດຂໍ້ນີ້ ຍິນດີສະໜອງໃຫ້ສາມາດຜ່ອນໄປພ້ອມກັນ ເປັນໜີ້ເທື່ອດຽວ ແລະ ບ່ອນດຽວຈົບ ແຖມມີປະກັນໃຫ້ອີກ ເຊິ່ງເຫັນໄດ້ວ່າສັງຄົມກໍາລັງໃຫ້ຄວາມສົນໃຈ ແລະ ມີຜົນຕອບຮັບດີ.

ສ່ວນໃນປີໜ້າມີແຜນຈະຂະຫຍາຍໄປແຂວງອື່ນໆ ໂດຍສະເພາະ ອຸດົມໄຊ, ວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ແຕ່ຕ້ອງອີງໃສ່ເງື່ອນໄຂການຕອບສະໜອງຂອງທະນາຄານ.