ຈາກໄຂ່ນົກກະທາ 500 ໜ່ວຍ ຕໍ່ຍອດສ້າງລາຍຮັບຢ່າງໝັ້ນຄົງ

301

“ພະນັກງານລັດຖະກອນ ສ້າງລາຍຮັບນອກໂມງລັດຖະການ ໃຫ້ຫຼາຍຂຶ້ນ” ນີ້ແມ່ນແນວທາງນະໂຍບາຍຂອງລັດຖະບານ ທີ່ສົ່ງເສີມ ແລະ ເນັ້ນໜັກໃຫ້ພະນັກງານ, ລັດຖະກອນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


ທ່ານ ໄວຍະກອນ ພະສີສົມບັດ ກໍ່ແມ່ນຜູ້ໜຶ່ງ ທີ່ໄດ້ນຳເອົາແນວທາງດັ່ງກ່າວ ມາຈັດຕັ້ງປະຕິບັດ ແລະໄດ້ຮັບຜົນສຳເລັດດີພໍສົມຄວນ. ປັດຈຸບັນເພິ່ນເປັນພະນັກງານ ຢູ່ສ່ວຍສາອາກອນແຂວງສະຫວັນນະເຂດ, ສ່ວນພັນລະຍາຄື ທ່ານ ນາງ ມະນີພອນ ບົວແກ້ວວິໄລ ເປັນພະນັກງານເຊັ່ນກັນ ຢູ່ຂະແໜງຊັບສິນລັດ ພະແນກການເງິນແຂວງ. ທັງສອງນອກຈາກພາກັນຮັບໃຊ້ພັກ-ລັດແລ້ວ ຍັງໄດ້ພາກັນເຮັດອາຊີບເສີມ ດ້ວຍການປູກ-ການລ້ຽງສັດ, ໃນນັ້ນ ອັນທີ່ພາໃຫ້ຈຸດປະກາຍທີ່ແຮງກ້າ ກໍ່ແມ່ນ ການລ້ຽງນົກກະທາ, ຈາກນັ້ນ ກໍມີການລ້ຽງສັດອື່ນໆເສີມອີກຄື: ເປັດ, ໄກ່, ປາ, ປະຈຸບັນ ມີການປູກກົກດອກແຄຕື່ມອີກ.

ທ່ານ ໄວຍະກອນ ພະສີສົມບັດ ຫຼືໝູ່ຄູ່ຄົນໃກ້ຊິດມັກເອີ້ນວ່າກົ້ງ ໄດ້ເລົ່າສູ່ນັກຂ່າວພວກເຮົາຟັງວ່າ: ຈຸດເລີ່ມຕົ້ນຂອງການຢາກລ້ຽງນົກກະທາ ໄດ້ເລີ່ມມາແຕ່ປີ 2016 ຈາກການຊອກຮູ້ທາງສື່ອອນລາຍ, ທີ່ເປັນອາຈານໃຫຍ່ໃນການໃຫ້ບົດຮຽນທຸກຢ່າງ, ໂດຍສະເພາະວິທີການເຮັດຄອກ, ວິທີການລ້ຽງ, ການບົວລະບັດຮັກສາ, ການໃຫ້ອາຫານ ແລະທຸກໆຢ່າງທີ່ຢາກຮູ້.
ເມື່ອໄດ້ຂໍ້ມູນເບື້ອງຕົ້ນ ກໍໄດ້ໄປຊື້ເອົາໄຂ່ນົກກະທາ ຢູ່ປະເທດເພື່ອນບ້ານ ຈຳນວນ 500 ໜ່ວຍ, ມາຟັກໃນຕູ້ຟັກໄຂ່, ຈາກນັ້ນ ໄດ້ສ້າງຄອກໃຫ້ນົກຢູ່ ຈຳນວນ 2 ຄອກ. ເບື້ອງຕົ້ນ ການລົງທຶນກໍບໍ່ໄດ້ຫຼາຍ ເພາະເຮັດແບບຄອບຄົວ ແລະເຮັດທົດລອງເບິ່ງຊື່ໆ. ພາຍຫຼັງລູກນົກເບາະອອກມາ ກໍໄດ້ມີການໃຫ້ອາຫານເປັນປົກກະຕິ, ລ້ຽງມາໄລຍະໜຶ່ງ ນົກຈຳນວນດັ່ງກ່າວ ກໍໃຫຍ່ເຕັມທີ່ ແລະສາມາດອອກໄຂ່.

ຈາກນັ້ນໄດ້ນຳເອົາໄຂ່ທີ່ໄດ້ໄປຟັກຕື່ມອີກ ແລະໄດ້ນົກອອກມາອີກ 800 ໂຕ, ຕໍ່ມາກໍໄດ້ມີການຂະຫຍາຍຕໍ່ໄປເລື້ອຍໆ.ຮອດປັດຈຸບັນໄດ້ມີການຈຳໜ່າຍອອກຫຼາຍຊຸດ, ບໍ່ວ່າຈະເປັນໄຂ່, ໄຂ່ລູກ, ຈຳໜ່າຍລູກນົກ, ນົກທີ່ຈະເອົາໄປບໍລິໂພກ, ຈົນສາມາດສ້າງລາຍຮັບໃຫ້ຄອບຄົວ ໄດ້ດີສົມຄວນ, ຄິດໄລ່ເບິ່ງແລ້ວມີເງິນເຫຼືອເກັບໄວ້ ປີໜຶ່ງປະມານ 20-22 ລ້ານ/ປີ.
ທ່ານ ໄວຍະກອນ ພະສີສົມບັດ ຍັງເລົ່າສູ່ຟັງຕື່ມອີກວ່າ: ເນື້ອທີ່ດິນເກືອບເຄິ່ງເຮັກຕາ, ທີ່ພໍ່-ແມ່ແບ່ງໃຫ້ ຢູ່ເຂດບ້ານສະໜາມໄຊ (ຄຸ້ມໜອງສະ ໂຮງງານຕີເຫຼັກເກົ່າ) ນະຄອນໄກສອນ ພົມວິຫານ, ປະກອບມີ ໜອງສະ 1 ໜອງ, ເດີ່ນລ້ຽງສັດ ແລະເດີ່ນເພື່ອປູກ ແລະປຸກສ້າງ. ນອກຈາກການລ້ຽງນົກກະທາແລ້ວ ຍັງໄດ້ມີການລ້ຽງເປັດ, ໄກ່, ໄກ່ງວງ, ລ້ຽງປາຕື່ມອີກ ເພື່ອຈຳໜ່າຍ ແລະພໍໄດ້ຈຸນເຈືອຄອບຄົວ.

ສ່ວນພັນລະຍາ ກໍເປັນກຳລັງແຮງຊ່ວຍ ໃນການເກັບຜົນຜະລິດ ບວກກັບເປັນຜູ້ໄປຈຳໜ່າຍ ແລະເກັບກຳລາຍຮັບຢ່າງລະອຽດ. ໃນນັ້ນ ທັງສອງພາກັນຕື່ນແຕ່ເຊົ້າ ເກັບດອກແຄ, ປະຈຸບັນ ໃນສວນມີຕົ້ນດອກແຄ 100 ກວ່າຕົ້ນ, ສາມາດເກັບດອກໄດ້ມື້ລະ 20 ກວ່າກິໂລ, ຂາຍໂລໜຶ່ງ 9.000 ກີບ, ມີລາຍໄດ້ຈາກການຂາຍດອກແຄເກືອບ 200.000 ກີບ/ວັນ; ສຳລັບດອກແຄ ສາມາດເກັບດອກໄດ້ຢ່າງຕໍ່ເນື່ອງ ປະມານ 7-8 ເດືອນ. ຈາກນັ້ນ ກໍໄດ້ເກັບໄຂ່ນົກ, ເກືອນົກ ພ້ອມທັງເກືອປາ, ເກືອເປັດ-ໄກ່, ພໍເຖິງເວລາ 7 ໂມງ ກໍພາກັນກັບເມືອເຮືອນ, ເພື່ອພ້ອມກັນໄປປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດຕໍ່, ເລີກການ 17 ໂມງ, ກັບເມືອຖ່າຍເຄື່ອງ, ໃສ່ຊຸດຊາວກະສິກອນ ເຮັດໜ້າທີ່ເໝືອນເດີມ, ເຮັດທຸກມື້ຈົນກາຍເປັນກິດຈະວັດປະຈຳວັນ.

ອາຊີບເສີມຂອງພະນັກງານ, ເຖິງວ່າມັນຈະເປັນກິດຈະການບໍ່ໃຫຍ່, ບໍ່ຫຼາຍ, ແຕ່ຖ້າຫາກພວກເຮົາເຮັດດ້ວຍໃຈມັກ, ເປັນລະບົບ, ມີການໄລ່ລຽງ, ສິ່ງສຳຄັນໃຫ້ຮູ້ຈັກເກັບອອມ, ທຸກຢ່າງກໍ່ຈະປະສົບຜົນສຳເລັດ.