ເວົ້າເຖິງອາຫານຈານດ່ຽວແມ່ນມີຫຼາກຫຼາຍເມນູ ບໍ່ວ່າຈະເປັນປະເພດ ເຂົ້າ ເສັ້ນ ເມນູອື່ນໆອີກຫຼາກຫຼາຍ.
ວັດຖຸດິບເຄື່ອງປຸງ
ເຂົ້າຈ້າວສຸກ (ເຢັນ)
ໝູສາມຊັ້ນ 100 ກຣາມ
ກະທຽມ 5 ກີບ
ໄຂ່ໄກ່ 2 ໜ່ວຍ
ຜັກກາດນາ ໝາກເລັ່ນ
ຜົງປຸງລົດໝູ 1/2 ບ່ວງແກງ
ນໍ້າຕານ 1/2 ບ່ວງແກງ
ຊອດປຸງລົດຝາຂຽວ 1 ບ່ວງແກງ
ນໍ້າມັນຫອຍ 1 ບ່ວງແກງ
ວິທີເຮັດເຂົ້າຜັດ
ຈຽວກະທຽມໃຫ້ຫອມ ເອົາໝູລົງໄປຜັດໃຫ້ສຸກ ຫຼັງຈາກນັ້ນ ໃຫ້ເອົາເຂົ້າຈ້າວຫຸງສຸກລົງໄປຜັດ ຕີໄຂ່ໃສ່ແລ້ວປຸງລົດຊາດ ພ້ອມທັງເອົາໝາກເລັ່ນລົງໄປຜັດແລ້ວຕາມດ້ວຍຜັກກາດນາ ຜັດຈົນຜັກສຸກ ຕັກໃສ່ຈານຈັດໃຫ້ງາມດ້ວຍໝາກແຕງ ພ້ອມຮັບປະທານໄດ້.
ຂໍ້ຄວນຮູ້: ເຂົ້າທີ່ໃຊ້ຜັດຄວນປ່ະໄວ້ໃຫ້ເຢັນກ່ອນ ການຜັດຄວນຜັດໄຟແຮງ ແລະ ໄວ ເຂົ້າຜັດຈະຫອມ ແລະ ເປັນຕາແຊບ.