ພະຍາດ “ຂໍ້ເສື່ອມ” ກັບອາຫານທີ່ຄວນຮັບປະທານເພື່ອອາການທີ່ດີຂຶ້ນ

126
Elderly woman suffering knee pain

ເມື່ອອາຍຸເພີ່ມຫຼາຍຂຶ້ນ ຄວາມສ່ຽງທາງສຸຂະພາບກໍຫຼາຍຂຶ້ນໄປນຳ ໂດຍໜຶ່ງໃນປັນຫາສຸຂະພາບທີ່ອາດເກີດຂຶ້ນໄດ້ຈາກໄວທີ່ເພີ່ມຫຼາຍຂຶ້ນ ຫຼື ອາດເກີດຈາກການທີ່ກະດູກອ່ອນມີການເສື່ອມສະພາບ ນັ້ນກໍຄື ພະຍາດຂໍ້ເສື່ອມ (Osteoarthritis) ໂດຍໜຶ່ງໃນວິທີງ່າຍໆ ທີ່ອາດຊ່ວຍໃນການປ້ອງກັນພະຍາດຂໍ້ເສື່ອມ ແລະ ຊ່ວຍບຳລຸງສຸຂະພາບຂອງຜູ້ປ່ວຍພະຍາດຂໍ້ເສື່ອມນັ້ນກໍຄື ການຮັບປະທານອາຫານ ແຕ່ຈະມີອາຫານທີ່ເໝາະສຳລັບພະຍາດຂໍ້ເສື່ອມແບບໃດແດ່.

ອາຫານກັບພະຍາດຂໍ້ເສື່ອມກ່ຽວຂ້ອງກັນແນວໃດ?

ບໍ່ມີອາຫານໃດທີ່ຊ່ວຍໃຫ້ອາການຂອງພະຍາດຂໍ້ເສື່ອມເຊົາໄດ້ຫາຍຂາດ ແຕ່ການເລືອກຮັບປະທານອາຫານບາງຊະນິດ ແລະ ຫຼີກລຽງການຮັບປະທານອາຫານບາງຢ່າງ ກໍມີສ່ວນຊ່ວຍໃນການປ້ອງກັນອາການຂອງພະຍາດຂໍ້ເສື່ອມ ແລະ ຊ່ວຍໃນການບຳລຸງກະດູກ ແລະ ຂໍ້ໃຫ້ມີຄວາມແຂງແຮງໄດ້.

ອາຫານທີ່ເໝາະສຳລັບພະຍາດຂໍ້ເສື່ອມ

1 ປາທີ່ມີກົດໄຂມັນສູງ

ກົດໄຂມັນທີ່ມີປະໂຫຍດຢ່າງໂອເມກ້າ 3 ເຊິ່ງເປັນໄຂມັນບໍ່ອິ່ມໂຕ ຈຶ່ງມີສັບພະຄຸນສຳຄັນທີ່ຊ່ວຍໃນການຕໍ່ຕ້ານອາການອັກເສບຂອງຮ່າງກາຍ ຈຶ່ງຈັດວ່າເປັນອາຫານທີ່ດີຕໍ່ຜູ້ປ່ວຍເປັນ ພະຍາດຂໍ້ເສື່ອມໂດຍປາທີ່ມີກົດໄຂມັນຊຶ່ງມີປະໂຫຍດ ໄດ້ແກ່ ປາແຊລມອນ, ປາທູນ່າ ແລະ ອື່ນໆ.

2 ຜັກໃບຂຽວເຂັ້ມ

ຜັກທີ່ມີສີຂຽວເຂັ້ມທົ່ວໄປ ເຊັ່ນ ຜັກກາດນາ, ບັອກໂຄລີ, ຜັກກະລ່ຳ ຈະເປັນພືດທີ່ເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະ, ວິຕາມິນດີ, ວິຕາມິນເຄ, ວິຕາມິນຊີ ລວມເຖິງສານໄຟໂຕນິວທຣຽນ ເຊິ່ງສານອາຫານເຫຼົ່ານີ້ມີປະໂຫຍດຊ່ວຍໃນການດູດຊຶມສານແຄວຊຽມທີ່ຈະຊ່ວຍບຳລຸງໃຫ້ກະດູກ ແລະ ແຂ້ວແຂງແຮງ ແລະກະຕຸ້ນໃຫ້ລະບົບພູມຄຸ້ມກັນແຂງແຮງ ປ້ອງກັນບໍ່ໃຫ້ເຈັບປ່ວຍງ່າຍ.

3 ຊາຂຽວ

ຊາຂຽວນັ້ນອຸດົມໄປດ້ວຍສານໂພລີຟີນອລ (Polyphenols) ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະຊະນິດໜຶ່ງທີ່ມີສັບພະຄຸນຊ່ວຍຕ້ານການອັກເສບ ແລະ ມີສ່ວນຊ່ວຍສະລໍຄວາມເສຍຫາຍຂອງກະດູກອ່ອນ.

ອາຫານທີ່ຄວນຫຼີກລຽງຫາກເປັນພະຍາດຂໍ້ເສື່ອມ

ນອກຈາກກຸ່ມອາຫານທີ່ມີປະໂຫຍດຊ່ວຍໃນການບຳລຸງກະດູກແລະກ້າມເນື້ອ ມີສ່ວນຊ່ວຍຕ້ານການອັກເສບ ລວມເຖິງຍັງປ້ອງກັນຄວາມສ່ຽງຂອງພະຍາດຂໍ້ເສື່ອມແຕ່ກໍຈະລະມັດລະວັງແລະຮັບປະທານອາຫານດັ່ງຕໍ່ໄປນີ້ ແຕ່ນ້ອຍ ຫຼື ຫາກລຽງໄດ້ກໍຄວນຫຼີກລຽງ ກົດໄຂມັນໂອເມກ້າ 6 ທີ່ໄດ້ຈາກໄຂ່ແດງ ແລະ ຊີ້ນເນື້ອແດງ ອາຫານທອດຕ່າງຕ່າງເປັນຕົວການທີ່ເພີ່ມຄວາມສ່ຽງຂອງພະຍາດຂໍ້ເສື່ອມ ອາຫານ ແລະ ເຄື່ອງດື່ມທີ່ມີປະລິມານນ້ຳຕານສູງ ອາຫານທີ່ມີໄຂມັນອິ່ມຕົວສູງ ແລະ ອາຫານທີ່ມີໄຂມັນທຣານໃນປະລິມານທີ່ສູງ.