ເສດຖະກິດອັງກິດ ຫົດຕົວກວ່າ 20%

227

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດອັງກິດ ເປີດເຜີຍເຖິງຕົວເລກເສດຖະກິດ ໃນໄຕມາດ 2 ຂອງປີນີ້ ຫົດຕົວຢ່າງຮຸນແຮງເປັນປະຫວັດສາດ ເຖິງ 20,4% ແລະ ເຂົ້າສູ່ສະພາວະເສດຖະກິດຖົດຖອຍທາງເຕັກນິກ ເພາະຫົດຕົວ 2 ໄຕມາດຕິດຕໍ່ກັນ. ກ່ອນເລີ່ມຟື້ນຕົວໃນເດືອນມິຖຸນາ ເຊິ່ງຂະຫຍາຍຕົວ 8,7% ເມື່ອທຽບກັບເດືອນພຶດສະພາ ແຕ່ກໍຍັງຄົງຕ່ຳກວ່າເດືອນກຸມພາ ທີ່ເປັນໄລຍະກ່ອນໂຄວິດ – 19 ລະບາດ.

ຂໍ້ມູນສຳນັກງານສະຖິຕິຍັງລະບຸວ່າ: ຂະນະນີ້ເປັນໄລຍະເວລາແຫ່ງຄວາມຍາກລໍາບາກ ໂດຍມີຄົນວ່າງງານເພີ່ມຂຶ້ນຫຼາຍ ແລະ ກຳລັງຈະບໍ່ມີວຽກເຮັດງານທຳເພີ່ມຂຶ້ນອີກ ໃນຫຼາຍເດືອນຂ້າງໜ້າ.