ພາຍໃນມື້ດຽວ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 2,8 ແສນຄົນ ກາຍເປັນສະຖິຕິປະຈຳວັນຄັ້ງໃໝ່

68

ສະຖິຕິກ່ຽວກັບການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ອີງຕາມຂໍ້ມູນຂອງອົງການອະນາໄມໂລກຢືນຢັນ ຜູ້ຕິດເຊື້ອໃໝ່ 284.196 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່ ແລະ ໃນວັນດຽວກັນມີຜູ້ເສຍຊີວິດເພິ່ມເກືອບ 10 ພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນເສົາ ທີ 25 ກໍລະກົດ ວ່າ ອົງການອະນາໄມໂລກ (WHO) ລາຍງານ ເມື່ອວັນສຸກ ກ່ຽວກັບສະຖານະການແຜ່ລະບາດຂອງເຊື້ອໄວຣັlໂຄວິດ-19 ທົ່ວໂລກ ນັບຕັ້ງແຕ່ຢືນຢັນຜູ້ຕິດເຊື້ອຄົນທຳອິດ ໃນປະເທດຈີນ ເມື່ອເດືອນທັນວາ ປີຜ່ານມາ ວ່າ ສະຖິຕິຜູ້ຕິດເຊື້ອໃໝ່ ໃນຮອບ 24 ຊົ່ວໂມງຫຼ້າສຸດຈົນເຖິງ 18:34 ໂມງ ຂອງເວລາມາດຕະຖານເອີຣົບກາງ (ກົງກັບ 23:34 ໂມງ ຂອງປະເທດລາວ) ມີ 284.196 ຄົນ ກາຍເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່.

ທັງນີ້, ຈຳນວນຜູ້ຕິດເຊື້ອປະຈຳວັນໃນທົ່ວໂລກເພິ່ມຂຶ້ນໂດຍສະເລ່ຍ ປະມານ 5 ພັນຄົນ ໃນເດືອນກໍລະກົດ, ເພິ່ມຂຶ້ນປະມານ 400 ຄົນ ຈາກສະເລ່ຍຂອງເດືອນມິຖຸນາ ທີ່ມີຜູ້ຕິດເຊື້ອປະມານ 4,6 ພັນຄົນ ສ່ວນຜູ້ເສຍຊີວິດໃນຮອບໄລຍະດຽວກັນ ເພິ່ມຂຶ້ນ 9.753 ຄົນ ຫຼາຍທີ່ສຸດນັບຕັ້ງແຕ່ອົງການອະນາໄມໂລກ ຢືນຢັນຜູ້ເສຍຊີວິດ 9.797 ຄົນ ເມື່ອວັນທີ 30 ເມສາ ຜ່ານມາ ແລະ ເຮັດໃຫ້ສະຖິຕິຜູ້ເສຍຊີວິດສະສົມຈາກໂຄວິດ-19 ທົ່ວໂລກ ຢ່າງໜ້ອຍ 628.903 ຄົນ.

ຂະນະທີ່ ພາກພື້ນອາເມຣິກາ ຍັງເປັນ “ພື້ນທີ່ສີແດງເຂັ້ມ ຫຼື ພື້ນທີ່ວິກິດ” ຂອງການແຜ່ລະບາດໃນໂລກ ມີຜູ້ຕິດເຊື້ອສະສົມ 8.121.700 ຄົນ ແລະ ເສຍຊີວິດ ຢ່າງໜ້ອຍ 325.625 ຄົນ, ຮອງລົງມາແມ່ນທະວີບເອີຣົບ ມີຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 209.421 ຄົນ ຈາກຈຳນວນຜູ້ຕິດເຊື້ອສະສົມ ຢ່າງໜ້ອຍ 3.170.382 ຄົນ ແລະ ທະວີບອາຊີຕາເວັນອອກສ່ຽງໃຕ້ ເຊິ່ງແຊງໜ້າພາກພື້ນຕາເວັນອອກຂອງທະເລເມດີເຕີເຣນ້ຽນ ຂຶ້ນມາເປັນອັນດັບ 3 ເຊິ່ງມີຜູ້ຕິດເຊື້ອ ຢ່າງໜ້ອຍ 1.625,564 ຄົນ ແລະ ຜູ້ເສຍຊີວິດ ຢ່າງໜ້ອຍ 38.111 ຄົນ.

ເຖິງວ່າ ສະຫະລັດ ອາເມຣິກາ ແລະ ເບຣຊິນ ຍັງເປັນປະເທດທີ່ມີການເສຍຊີວິດສະສົມຫຼາຍທີ່ສຸດ ແຕ່ເປຣູກາຍເປັນປະເທດທີ່ຜູ້ເສຍຊີວິດປະຈຳວັນຫຼາຍທີ່ສຸດ ອີງຕາມຂໍ້ມູນຂອງອົງການອະນາໄມໂລກ ແມ່ນ 3.876 ຄົນ, ຮອງລົງມາເປັນເບຣຊິນ 1.284 ຄົນ, ອາເມຣິກາ 1.074, ເມັກຊິໂກ 790 ແລະ ອິນເດຍ 704.

ຢ່າງໃດກໍ່ຕາມ, ອາເມຣິກາ ເປັນປະເທດທີ່ມີຜູ້ຕິດເຊື້ອເພິ່ມຂຶ້ນຫຼາຍທີ່ສຸດ ໃນຮອບ 24 ຊົ່ວໂມງຫຼ້າສຸດ 69.641 ຄົນ ຮອງລົງມາແມ່ນປະເທດເບຣຊິນ 67.860 ຄົນ, ອິນເດຍ 49.310, ອາຟຣິກາໃຕ້ 13.104 ແລະ ໂຄລົມເບຍ 7.390.