ຈີນ ພົບຜູ້ປ່ວຍໂຄວິດ-19 ເພິ່ມພຽງຄົນດຽວໃນປະເທດ

79

ຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນປະເທດຈີນ ຕັ້ງແຕ່ເດືອນທັນວາ 2019 ເປັນຕົ້ນມາ ມີຢ່າງໜ້ອຍ 3.226 ຄົນ ເພິ່ມອີກ 13 ຄົນ ຜູ້ປ່ວຍສະສົມ 80.881 ຄົນ ເພີ່ມຂຶ້ນ 21 ຄົນ ເຊິ່ງເປັນການຕິດເຊື້ອຈາກພາຍໃນປະເທດພຽງຄົນດຽວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 17 ມີນາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ໄດ້ລາຍງານສະພາບການເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “Covid-19” ຕັ້ງແຕ່ເດືອນທັນວາ ປີຜ່ານມາ ຈົນເຖິງວັນທີ 16 ມີນາ ວ່າ ມີຜູ້ເສຍຊີວິດເພີ່ມອີກ 13 ຄົນ ແລະ ຜູ້ເສຍຊີວິດສະສົມຢ່າງໜ້ອຍ 3.226 ຄົນ ຂະນະທີ່ ຜູ້ປ່ວຍສະສົມທົ່ວປະເທດຢ່າງໜ້ອຍ 80.881 ຄົນ ເພິ່ມຂຶ້ນ 21 ຄົນ ໂດຍເປັນຜູ້ປ່ວຍໃໝ່ ເຊິ່ງກວດພົບຢູ່ໃນປະເທດພຽງຄົນດຽວ ແລະ ຍັງເປັນຜູ້ອາໄສຢູ່ມົນທົນຫູເປີ່ຍ ສ່ວນທີ່ເຫຼືອເປັນຊາວຈີນທີ່ເດີນທາງມາຈາກຕ່າງປະເທດ.

ສະຖານະການ ໃນຕ່າງປະເທດຍັງມີຄວາມວິກິດທີ່ສຸດໃນປະເທດອິຕາລີ ມີຜູ້ປ່ວຍສະສົມຢ່າງໜ້ອຍ 27.980 ຄົນ, ເສຍຊີວິດຢ່າງໜ້ອຍ 2.158 ຄົນ ແລະ ປິ່ນປົວເຊົາແລ້ວ 2.749 ຄົນ, ປະເທດອິຣານ ມີຜູ້ຕິດເຊື້ອສະສົມ 14.991 ຄົນ, ເສຍຊີວິດ 853 ຄົນ ແລະ ປິ່ວປົວເຊົາແລ້ວ ຢ່າງໜ້ອຍ 4.996 ຄົນ, ປະເທດສະເປນ ລາຍງານຜູ້ປ່ວຍສະສົມ 9.942 ຄົນ. ເສຍຊີວິດ 342 ຄົນ ແລະ ປິ່ນປົວເຊົາແລ້ວ 530 ຄົນ ສ່ວນປະເທດເກົາຫຼີໃຕ້ ລາຍງານຜູ້ປ່ວຍສະສົມ ຢ່າງໜ້ອຍ 8.320 ຄົນ ເສຍຊີວິດ 81 ຄົນ ແລະ ປິ່ນປົວເຊົາແລ້ວ 1.401 ຄົນ.