ງົດເຂົ້າແລງໃນການຫຼຸດນ້ຳໜັກຖືເປັນວິທີທີ່ເຂົ້າໃຈຜິດກັນມາດົນ ເພາະຕາມຄວາມຈິງແລ້ວການອົດເຂົ້າແລງແມ່ນອັນຕະລາຍຕໍ່ສຸຂະພາບ ແລະ ຍັງສົ່ງຜົນໃຫ້ລະບົບເຜົາຜານຖືກທຳລາຍຈົນຫຼຸດນ້ຳໜັກບໍ່ໄດ້ຜົນ. ວິທີໃນການຫຼຸດນ້ຳໜັກທີ່ຫຼາຍຄົນທີ່ລອງແລ້ວເຫັນຜົນໃນເວລາໄວກໍຄືການງົດເຂົ້າແລງ ໂດຍບໍ່ກິນອາຫານທຸກຊະນິດຍົກເວັ້ນນ້ຳ ເຊິ່ງວິທີນີ້ເປັນວິທີທີ່ຫຼຸດນ້ຳໜັກໄດ້ຢ່າງວ່ອງໄວ ແຕ່ເຊື່ອເລີຍວ່າຮ່າງກາຍ ແລະ ລະບົບເຜົາຜານແມ່ນກຳລັງເສື່ອມໂຊມລົງທຸກມື້ແນ່ນອນ.
ຍິ່ງອົດເຂົ້າແລງຍິ່ງເປັນການທຳລາຍສຸຂະພາບ ເພາະນອກຈາກລະບົບເຜົາຜານເຮັດວຽກຊ້າລົງແລ້ວການອົດເຂົ້າແລງຍັງສົ່ງຜົນເສຍຕໍ່ຮ່າງກາຍ ດັ່ງນີ້:
1 ເພີ່ມໂອກາດໃຫ້ຮ່າງກາຍຂາດສານອາຫານ.
2 ພະຍາດກະເພາະຖາມຫາ.
3 ທ້ອງໄສ້ປັ່ນປ່ວນຈົນສົ່ງຜົນໃຫ້ນອນບໍ່ຫຼັບ.
4 ມີອາການອ່ອນເພຍ, ວິນຫົວ ແລະ ອາດຈະມີອາການໜ້າມືດຮ່ວມນຳ.
5 ລະບົບຂັບຖ່າຍກໍເສື່ອມໂຊມລົງ.
ກິນເຂົ້າແລງແບບໃດບໍ່ໃຫ້ຕຸ້ຍ:
ໃນເມື່ອຮູ້ແລ້ວວ່າການອົດເຂົ້າແລງບໍ່ໄດ້ຊ່ວຍຫຼຸດນ້ຳໜັກໄດ້ຢ່າງປອດໄພ ແຖມຍັງໃຫ້ໂທດຕໍ່ສຸຂະພາບອີກດ້ວຍ. ສະນັ້ນ, ຄວນກິນເຂົ້າແລງແບບໃດບໍ່ໃຫ້ຕຸ້ຍດີກວ່າ ໂດຍເລືອກອາຫານທີ່ໃຫ້ພະລັງງານບໍ່ສູງ ຫຼື ຈະກິນໝາກໄມ້ທີ່ບໍ່ມີລົດຫວານຫຼາຍກໍໄດ້.
( ຂໍ້ມູນຈາກ: Women.com )
[ ຮຽບຮຽງ: ນຸ້ມນິ້ມ ]