ການອອກກຳລັງກາຍມີຫຼາຍວິທີ, ແຕ່ສິ່ງທີ່ສຳຄັນແມ່ນການເລືອກທ່າອອກກຳລັງກາຍຕ້ອງໃຫ້ເໝາະສົມກັບສຸຂະພາບຂອງແມ່ແຕ່ລະທ່ານ ຫຼື ຂໍຄຳແນະນຳຈາກແພດໝໍ ເຊິ່ງໂຢຄະກໍເປັນການອອກກຳລັງກາຍອີກປະເພດໜຶ່ງ ທີ່ໄດ້ຮັບຄວາມສົນໃຈຈາກແມ່ຖືພາຫຼາຍທ່ານ ເພາະໄດ້ທັງສຸຂະພາບ ແລະ ສະມາທິຂະນະປະຕິບັດພ້ອມ.
ຂໍ້ດີຂອງການຫຼິ້ນໂຢຄະສຳລັບແມ່ຖືພາ:
ຊ່ວຍເລື່ອງສຸຂະພາບ ແລະ ສະມາທິ.
ຊ່ວຍເລື່ອງການກຳນົດລົມຫາຍໃຈເຂົ້າ – ອອກທີ່ຖືກຕ້ອງ ເພື່ອຈະນຳເອົາອົກຊີທີ່ບໍລິສຸດໄປຮອດລູກໃນທ້ອງ.
ເປັນການຝຶກການຫາຍໃຈເພື່ອກຽມຕົວໃນການເກີດລູກ ແລະ ເກີດເປັນພະລັງທີ່ນຳໄປໃຊ້ໃນລະຫວ່າງການເກີດ ຈະຊ່ວຍໃຫ້ສາມາດເກີດລູກໄດ້ງ່າຍຂຶ້ນ.
( ຂໍ້ມູນຈາກ: s-momclub.com )
( ຮຽບຮຽງ: ນຸ້ມນິ້ມ )