ໃນການຄວບຄຸມນ້ຳໜັກຄົນສ່ວນຫຼາຍຈະເລືອກປະຕິບັດ ແລະ ນິຍົມຫຼາຍທີ່ສຸດຄືການທີ່ບໍ່ກິນທາດແປ້ງ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງບໍ່ກິນສານອາຫານປະເພດຄາໂບໄຮເດຣດເລີຍ ເພາະຢ່າງໃດກໍ່ຕາມຄາໂບໄຮເດຣດກໍ່ຍັງເປັນສານອາຫານທີ່ຮ່າງກາຍຈຳເປັນຈະຕ້ອງນຳໄປໃຊ້ໃນຂະບວນການຕ່າງໆຂອງຮ່າງກາຍຢູ່ແລ້ວ.
ສະນັ້ນ, ຈຶ່ງຄວນເລືອກກິນຄາໂບໄຮເດຣດທີ່ມາຈາກໃສຈຶ່ງບໍ່ຕຸ້ຍ ແລະ ດີຕໍ່ຮ່າງກາຍ. ໂດຍຈະແນະນຳຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ຜູ້ທີ່ຢາກກິນທາດແປ້ງກໍ່ຈະກິນໄດ້ສະບາຍໂດຍບໍ່ຕ້ອງຢ້ານຕຸ້ຍອີກຕໍ່ໄປ.
1ຄາໂບໄຮເດຣດທີ່ມາຈາກໝາກສາລີ້ ແລະ ໝາກໂປບ (Apple): ໝາກໄມ້ 2 ຊະນິດນີ້ຈະມີຄາໂບໄຮເດຣດທີ່ຮ່າງກາຍຕ້ອງການ ແລະ ຍັງເປັນໝາກໄມ້ທີ່ມີປະລິມານນ້ຳຕານໜ້ອຍ, ມີວິຕາມິນ, ເກືອແຮ່ ແລະ ໄຟເບີ້ສູງ. ນອກຈາກນີ້, ຍັງຊ່ວຍກະຕຸ້ນໃຫ້ການເຜົາຜານໃນຮ່າງກາຍໄດ້ເຮັດວຽກແບບເຕັມທີ່ ແລະ ມີປະສິດທິພາບ. ສະນັ້ນ, ການກິນໝາກໄມ້ 2 ຊະນິດນີ້ທີ່ສຸກຫຼາຍປານໃດກໍ່ຕາມ ກໍ່ບໍ່ຕ້ອງຢ້ານຕຸ້ຍແນ່ນອນ.
2ຄາໂບໄຮເດຣດທີ່ມາຈາກເຂົ້າໂອດ: ເຊິ່ງຈັດເປັນພືດທີ່ມີປະໂຫຍດຫຼາຍ ເພາະນອກຈາກຈະມີຄາໂບໄຮເດຣດແລ້ວຍັງມີແຄລໍຣີຕ່ຳ ແຕ່ໃຫ້ພະລັງງານຫຼາຍ, ມີໄຟເບີ້, ມີປະໂຫຍດຕໍ່ຫົວໃຈ. ເວົ້າໄດ້ເລີຍວ່າເປັນອາຫານທີ່ຊ່ວຍຄວບຄຸນນ້ຳໜັກໄດ້ດີເລີຍ.
3ຄາໂບໄຮເດຣດທີ່ມາຈາກມັນດາງ: ເປັນພືດທີ່ສັງເກດເຫັນແປ້ງໄດ້ເລີຍ ແລະ ບາງຄົນກໍ່ມັນຈະຫຼີກລ້ຽງ. ແຕ່ຮູ້ບໍ່ວ່າແປ້ງ ຫຼື ຄາໂບໄຮເດຣດທີ່ຢູ່ໃນມັນດາງແມ່ນມີປະໂຫຍດຫຼາຍກ່ວາທີ່ຄິດ ເພາະມັນດາງຫົວດຽວແມ່ນອຸດົມໄປດ້ວຍວິຕາມິນຫຼາຍຊະນິດເປັນຕົ້ນແມ່ນ: ເບຕ້າແຄໂຮທີນ, ສານຕ້ານອະນຸມູນອິດສະຫຼະ ແລະ ໄຍອາຫານອີກຫຼາຍຢ່າງ ເມື່ອກິນເຂົ້າໄປຈະເຮັດໃຫ້ຮູ້ສຶກອີ່ມທ້ອງເປັນເວລາດົນ ແລະ ທີ່ສຳຄັນຍັງມີສານຊ່ວຍຕ້ານເຊວມະເຮັງໄດ້ພ້ອມ.
4ຄາໂບໄຮເດຣດທີ່ມາຈາກແອລມອນ (almond): ເຊິ່ງມີສານຊ່ວຍຮັກສາສົມດຸດຂອງລະດັບຮໍໂມນໃນຮ່າງກາຍຈຶ່ງສົ່ງຜົນໃຫ້ບໍ່ຢາກກິນອາຫານຢູ່ເລື່ອຍໆ ທີ່ສຳຄັນຍັງມີສ່ວນຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດມະເຮັງ ແລະ ຫຼຸດລະດັບໄຂມັນໃນຮ່າງກາຍໃຫ້ຕ່ຳກວ່າມາດຕະຖານ. ແຕ່ຢ່າງໃດກໍ່ຕາມການກິນແອວມອນແມ່ນກິນແຕ່ 1 ກຳມືຕໍ່ມື້ກໍ່ພໍ. ເມື່ອຮູ້ແລ້ວວ່າມີຄຸນປະໂຫຍດຫຼາຍຢ່າງແຕ່ໄຂມັນໃນແອວມອນກໍ່ສູງເຊັ່ນກັນ ບໍ່ຄວນກິນຫຼີ້ນໆໃນປະລິມານທີ່ຫຼາຍເກີນໄປ.
5ຄາໂບໄຮເດຣດທີ່ມາຈາກໂຮເກຣນ (Whole Grains): ເປັນເມັດພືດທີ່ບໍ່ໄດ້ຂັດສີທີ່ອຸດົມໄປດ້ວຍໄຟເບີ້ ແລະ ສານອາຫານທີ່ຮ່າງກາຍຕ້ອງການຫຼາຍຊະນິດເຊັ່ນ: ວິຕາມິນ ແລະ ພະລັງງານ. ດັ່ງນັ້ນ, ຖ້າຈະເລືອກກິນເຂົ້າໜົມປັງກໍ່ຄວນເລືອກເປັນເຂົ້າໜົມປັງໂຮວີດ ຫຼື ໂຮເກຣນ.