ລາຍການອາຫານພັນຫອມ ຖືວ່າເປັນອາຫານງ່າຍໆແຕ່ໄດ້ປະໂຫຍດຈາກຜັກຫຼາຍຊະນິດ ເຊິ່ງນິຍົມເຮັດໃນງານສັງສັນຕ່າງໆ ເພາະກິນງ່າຍ ແລະ ສະດວກສະບາຍ ແຕ່ອາດຈະຫຍຸ້ງຍາກໃນຂັ້ນຕອນການພັນຫອມໜ້ອຍໜຶ່ງ.
ສ່ວນປະສົມ: ຜັກສະຫຼັດ, ຜັກຫອມປ້ອມ, ຜັກກາດຂາວ ຫຼື ຫົວກະຣົດຂູດ, ຜັກບົ່ວໃບ, ຊີ້ນໝູ 500 ກຣາມ, ໄຂ່ໄກ່ 8 ໜ່ວຍ, ນ້ຳຕານໜ້ອຍໜຶ່ງ, ນ້ຳປາ 1 – 2 ບ່ວງກາເຟ, ນ້ຳສະອິວ 1/2 ບ່ວງກາເຟ.
ໝາຍເຫດ: ສຳລັບຜັກແມ່ນສາມາດເລືອກໃສ່ໄດ້ຫຼາຍຊະນິດຕາມແຕ່ມັກ ແລະ ປະລິມານຂອງຜັກແມ່ນແລ້ວແຕ່ມັກຫຼາຍ ຫຼື ໜ້ອຍ, ສ່ວນຊີ້ນແມ່ນສາມາດໃສ່ໄດ້ທັງກຸ້ງ, ໄສ້ກອກ, ຢໍ່, ປາມຶກ, ຊີ້ນງົວ ແລະ ຊີ້ນອື່ນໆ.
ວິທີປຸງແຕ່ງ:
ເອົາໝໍ້ໃສ່ນ້ຳຄ້າງໄຟແຮງເພື່ອລວກສ່ວນປະສົມເມື່ອນ້ຳຟົດໃຫ້ລວກຜັກກາດ, ຫົວຜັກບົ່ວໃບ ແລະ ຈຶ່ງຊອຍຊີ້ນເປັນຕ່ອນພໍດີຄຳຕົ້ມຕໍ່ຈົນສຸກຕັກຂຶ້ນໄວ້ໃຫ້ເຢັນ. ຈາກນັ້ນ, ກຽມຈືນໄຂ່ໂດຍຕີໄຂ່ໃສ່ຖ້ວຍພ້ອມປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນ້ຳສະອິວຕີໃຫ້ເຂົ້າກັນດີ ແລະ ເອົາໄປຈືນໃນນ້ຳມັນທີ່ຮ້ອນຕັກຂຶ້ນຊອຍເປັນຕ່ອນພໍດີຄຳເຊັ່ນກັນ.
ຫຼັງຈາກນັ້ນ, ກໍເອົາຜັກສະຫຼັດເຮັດໃບພໍດີຄຳເອົາຜັກກາດ, ຊີ້ນໝູ ແລະ ໄຂ່ຈືນລົງຕາມລຳດັບສຸດທ້າຍແມ່ນໃຊ້ຜັກບົ່ວໃບໃຊ້ເປັນເຊືອກມັດໃຫ້ເປັນຄຳ ເພື່ອບໍ່ໃຫ້ສ່ວນປະສົມແຕກອອກຈາກກັນ ແລະ ຈັດໃສ່ຈານພ້ອມເສີບກັບນ້ຳແຈ່ວຫວານທີ່ໂຮຍໜ້າດ້ວຍຖົ່ວດິນ ຫຼື ຈະຕຳແຈ່ວສົ້ມກໍໄດ້ແລ້ວແຕ່ມັກ.
( ຂໍ້ມູນຈາກ: cooking.teenee.com )
( ຮຽບຮຽງ: ນຸ້ມນິ້ມ )