ນາຍົກ ຮຽກຮ້ອງທຸກຂະແໜງການພ້ອມກັນປົດລ໋ອກຂໍ້ຫຍຸ້ງຍາກຕໍ່ພາກທຸລະກິດ

283

ໂອກາດເຂົ້າຮ່ວມກອງປະຊຸມທຸລະກິດລາວ ຄັ້ງທີ 12 ທ່ານນາຍົກໄດ້ຮຽກຮ້ອງພາກລັດ – ທຸລະກິດຈົ່ງພ້ອມກັນຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວ. ພ້ອມທັງເນັ້ນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຂອງພາກລັດປົດລ໋ອກອຸປະສັກໃນການດໍາເນີນທຸລະກິດ ເນັ້ນບໍລິການປະຕູດຽວໃຫ້ມີປະສິດທິຜົນ.

ກອງປະຊຸມທຸລະກິດລາວ ຄັ້ງທີ 12 ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີສະມາຊິກລັດຖະບານ, ເຈົ້າໜ້າທີ່ພາກລັດ – ພາກທຸລະກິດ ແລະ ຕາງໜ້າອົງການຈັດຕັ້ງເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ກ່າວວ່າ: ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກມີທ່າອ່ຽງຫຼຸດລົງຈາກ 3% ໃນປີ 2018 ມາເຫຼືອ 2,3% ໃນປີ 2019. ສະພາບເສດຖະກິດລາວກໍໄດ້ຮັບຜົນກະທົບເຊັ່ນກັນ ຈາກທີ່ເຄີຍຂະຫຍາຍຕົວໃນລະດັບ 8% ເກືອບສອງທົດສະວັດຜ່ານມາ ນັບແຕ່ປີ 2013 ກໍເຫຼືອ 6,5% ໃນປີ 2019.

ທ່ານກ່າວວ່າ: ການຂະຫຍາຍຕົວຂອງເຕັກໂນໂລຊີໃນຍຸກອຸດສາຫະກຳ 4.0 ໃນປະເທດເຮົາຍັງຕໍ່າ ຕ້ອງມີການປັບປຸງເພື່ອໃຫ້ລະບົບການຄ້າ ແລະ ການລົງທຶນຂອງລາວໄດ້ເຊື່ອມໂຍງລະບົບພາກພື້ນຖ້າຫາກບໍ່ສາມາດເຊື່ອມໂຍງລະບົບ ICT ເສດຖະກິດລາວກໍບໍ່ສາມາດເຊື່ອມໂຍງກັບເສດຖະກິດພາກພື້ນ ເຊິ່ງຈະເປັນອຸປະສັກໃນການລົງທຶນ ແລະ ກາຄ້າກັບຕ່າງປະເທດ.

ພ້ອມດຽວກັນນັ້ນ, ສປປ ລາວ ຍັງມີຂໍ້ຈໍາກັດທີ່ເປັນສິ່ງທ້າທາຍໃນການຂະຫຍາຍຕົວຂອງເສດຖະກິດ ເປັນຕົ້ນແມ່ນ:

1 ລະບົບພື້ນຖານໂຄງລ່າງໂດຍສະເພາະເສັ້ນທາງຄົມມະນາຄົມ ແລະ ສາທາລະນູປະໂພກ ລວມທັງອຸດສາຫະກຳຍັງອ່ອນນ້ອຍ.

2 ກໍາລັງແຮງງານຍັງອ່ອນ, ມີລະດັບການສຶກສາ ແລະ ທັກສະທີ່ຈໍາກັດ.

3 ສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ລາວຍັງບໍ່ເອື້ອອໍານວຍ.

4 ຄວາມສາມາດ ແລະ ກົນໄກການຄຸ້ມຄອງຂອງລັດແມ່ນຍັງຈໍາກັດ ເຮັດໃຫ້ການຈັດຕັ້ງປະຕິບັດປ່ຽນແປງໂຄງປະກອບຄຸ້ມຄອງເສດຖະກິດໃຫ້ເປັນໄປຕາມກົນໄກຕະຫຼາດຍັງຊັກຊ້າ.

5 ພາກທຸລະກິດ ສປປ ລາວ ຍັງອ່ອນແອ ບໍ່ມີທັກສະການແຂ່ງຂັນ 98% ແມ່ນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.

6 ສປປ ລາວ ບໍ່ມີເສັ້ນທາງຕິດກັບທະເລ ໂຄງປະກອບການຄ້າ – ການລົງທຶນຍັງຕິດພັນກັບປະເທດອ້ອມຂ້າງ 60% ຂອງການສົ່ງອອກແມ່ນຢູ່ໃນປະເທດລຸ່ມແມ່ນໍ້າຂອງ.

7 ຕົ້ນທຶນການຜະລິດອຸດສາຫະກຳຢູ່ ສປປ ລາວ ຍັງສູງ ຖ້າທຽບໃສ່ປະເທດອ້ອມຂ້າງ.

ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ໄດ້ກ່າວວ່າ: ບັນຫາທີ່ເປັນບຸລິມະສິດທີ່ກອງເລຂາກອງປະຊຸມທຸລະກິດລາວໄດ້ສັງລວມຈາກພາກທຸລະກິດພາຍໃນ ແລະ ຕ່າງປະເທດ ຈາກກອງປະຊຸມທຸລະກິດລາວໃນຄັ້ງຜ່ານມາ ລວມມີ 23 ບັນຫາຫຼັກ ມາຮອດປັດຈຸບັນກໍຄືກອງປະຊຸມທຸລະກິດລາວ ຄັ້ງທີ 12 ສາມາດແກ້ໄດ້ 7 ບັນຫາ ແລະ ມີຫຼາຍບັນຫາກໍຈະສາມາດແກ້ໄຂໄດ້ໃນໄວໆນີ້.

ໂອກາດດັ່ງກ່າວ ທ່ານ    ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນ ພາບລວມຂອງການພັດທະນາເສດຖະກິດຂອງລັດຖະບານໃນໄລຍະ 4 ປີຜ່ານມາ ກໍຄືການລາຍງານຢູ່ສະພາແຫ່ງຊາດໃນກາງອາທິດຜ່ານມາ, ພ້ອມດຽວກັນທ່ານນາຍົກກໍຍົກໃຫ້ເຫັນສິ່ງທ້າທາຍທີ່ພາກລັດ – ທຸລະກິດຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ: ນະໂຍບາຍຂອງລັດຖະບານຮຽກຮ້ອງໃຫ້ມີການຮ່ວມມື, ການຊ່ວຍເຫຼືອຂອງພາກທຸລະກິດ, ຮຽກຮ້ອງທຸກຂະແໜງການຂອງພາກລັດຊ່ວຍປົດລ໋ອກຂໍ້ຫຍຸ້ງຍາກສິ່ງຕິດຂັດຂອງພາກທຸລະກິດ ພ້ອມທັງຊ່ວຍສົ່ງເສີມ, ອູ້ມຊູຊ່ວຍເຫຼືອ ສ້າງກາລະໂອກາດໃນການດໍາເນີນທຸລະກິດໃຫ້ນັບມື້ດີຂຶ້ນ, ສະດວກຂຶ້ນ ແລະ ມີຫຼັກການ ແລະ ມີການຄຸ້ມຄອງ, ຕິດຕາມ ແລະ ກວດກາຢ່າງແທ້ຈິງ. ພວກເຮົາຕ້ອງເນັ້ນໃສ່ຄຸນນະພາບໃນການບໍລິຫານວຽກງານ, ເນັ້ນໃສ່ຄວາມໂປ່ງໃສໃນການຮັບໃຊ້ປະຊາຊົນ ແລະ ສາມາດແຂ່ງຂັນໄດ້ກັບປະເທດເພື່ອນມິດ, ໃນຍຸກອຸດສາຫະກໍາ 4.0 ພວກເຮົາຕ້ອງມີການປັບຕົວຍຸກແຫ່ງປັນຍາປະດິດ. ການປັບປຸງອໍານວຍຄວາສະດວກໃນການດໍາເນີນທຸລະກິດ ຕ້ອງເອົາພຶດຕິກໍາໄປຄຽງຄູ່ກັບນິຕິກໍາ ຂໍໃຫ້ພາກທຸລະກິດເປັນຫູເປັນຕາສົ່ງຂ່າວໃຫ້ລັດຖະບານ ເຊິ່ງໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງບໍລິການປະຕູດຽວ ເຊິ່ງເຫັນວ່າຍັງບໍ່ໄຫຼລື່ນເທົ່າທີ່ຄວນເນື່ອງຈາກວ່າຍັງມີຫຼາຍພາກສ່ວນໄປກ່ຽວຂ້ອງ. ສະນັ້ນ, ບໍ່ໃຫ້ມີຫຼາຍພາກສ່ວນມາກ່ຽວຂ້ອງ ຕ້ອງໃຫ້ປະຕູດຽວແກ້ໄຂບັນຫາຂອງພາກທຸລະກິດ.

ທ່ານກ່າວຕື່ມອີກວ່າ: ບັນດາບັນຫາຕ່າງໆພວກເຮົາມີນິຕິກໍາໃນການຈັດຕັ້ງປະຕິບັດ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ພຶດຕິກໍາ, ຕ້ອງມີວິໄນຄຽງຄູ່ກັນໄປ, ຕ້ອງສ້າງເງື່ອນໄຂ, ກະຈາຍລາຍຮັບລົງສູ່ທ້ອງຖິ່ນເພື່ອຊ່ວຍຊາວຊົນນະບົດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ສໍາລັບທຶນສົ່ງເສີມ ເອັສເອັມອີ ໃນປັດຈຸບັນເຮົາມີແຫຼ່ງທຶນສະໜັບສະໜູນ. ສະນັ້ນ, ຂະແໜງການກ່ຽວຂ້ອງຕ້ອງສ້າງເງື່ອນໄຂໃຫ້ພາກທຸລະກິດໄດ້ເຂົ້າເຖິງແຫຼ່ງທຶນໃຫ້ມີຂັ້ນຕອນທີ່ຮັດກຸມ ແລະ ຫຼີກເວັ້ນ NPL.

ພ້ອມດຽວກັນ ພວກເຮົາຕ້ອງຫັນສູ່ການຜະລິດ ເພື່ອທົດແທນການນໍາເຂົ້າ ລວມທັງສົ່ງເສີມໃຫ້ມີການສົ່ງອອກ ພາກທຸລະກິດຕ້ອງຫັນປ່ຽນຕົນເອງລົງເລິກໃສ່ປະຊາຊົນໃຫ້ຫຼາຍຂຶ້ນ.

( ຂ່າວ: ພຸດຕີ້; ຮູບ: ວິລະສັກ )