ບູລະນະພະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ

79

ເປັນເລື່ອງທີ່ໜ້າຍິນດີຕໍ່ປະຊາຊົນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ລວມທັງມວນຊົນລາວ ທີ່ກໍາລັງຈະມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ປະຫວັດສາດເພີ່ມເພື່ອໃຫ້ໄດ້ສັກກະລະບູສາ, ສຶກສາຕໍ່ໄປ

ໃນວັນທີ 2 ພະຈິກ 2019 ນີ້ ປະຊາຊົນບ້ານຮົ່ມເຢັນ, ບ້ານດອນທາດ, ບ້ານດອນສະຫວັນ, ຫ້ອງການຖະແຫຼງຂ່າວ ແລະ ຫ້ອງການທີ່ກ່ຽວຂ້ອງ ພ້ອມກັນຈັດສະຖານທີ່ກະກຽມປະກອບພິທີທາງສາສະໜາ ເພື່ອບູລະນະ – ປະຕິສັງຂອນ ສ້າງວິຫານກວມພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ທີ່ເປັນພະປະຕິມາອົງເກົ່າແກ່ ແລະ ເປັນມິ່ງຂວັນຂອງຊາວເມືອງຕົ້ນເຜິ້ງ ກໍ່ຄືຊາວແຂວງບໍ່ແກ້ວ, ມີການນໍາຂອງແຂວງ – ເມືອງ , ພະແນກການອ້ອມຂ້າງແຂວງ, ບັນດາຫ້ອງການພ້ອມຂ້າງເມືອງ ແລະ ປະຊາຊົນຊາວເມືອງຕົ້ນເຜິ້ງ ກໍ່ຄືແຂວງບໍ່ແກ້ວເຂົ້າຮ່ວມ,

ພ້ອມທັງແຈ້ງຂ່າວບຸນມາຍັງພຸດທະສາສະນິກະຊົນ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາຢາກຮ່ວມກິນຮ່ວມທານທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ເຊີນຮ່ວມທໍາບຸນປະກອບວັດຖຸປັດໄຈເພື່ອບູລະນະ – ປະຕິສັງຂອນ, ສ້າງວິຫານພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ  ໃນງານປະກອບພິທີທາງສາສະໜາເພື່ອກະກຽມບູລະນະ – ປະຕິສັງຂອນ, ສ້າງວິຫານກວມພະປະຕິມາອົງດັ່ງກ່າວບໍ່ໃຫ້ຊໍາລຸດຊຸດໂຊມຕາມການເວລາ ແລະ ສະພາບແວດລ້ອມ, ທັງເປັນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ປະຫວັດສາດ,

ຈັດຂຶ້ນ ໃນວັນນີິ້ວັນທີ 3 ພະຈິກ, ເວລາ 8 : 30 ນາທີ ເລີ້ມປະກອບພິທີທາງສາສະໜາ, ສະຖານທີ່ແຫຼ່ງປະຫວັດສາດຈຸດພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ກຸ່ມບ້ານດອນທາດ.

.

ຈາກ: ອຸໄທ ພູມມາ, ສົມຄິດ ປັນຍາທອງ