ອົງການປົກຄອງເມືອງຮຸນ ແຂວງອຸດົມໄຊ ຈັດພິທີ ທຳລາຍຊິງຊັ່ງ ທີ່ບໍ່ໄດ້ມາດຕະຖານ ຖີ້ມ ຈຳນວນຫຼາຍກວ່າ 40 ໜ່ວຍ ໃນວັນທີ 15 ສິງຫາ 2019.
ເຊິ່ງຊິງຊັ່ງ ຈຳນວນດັ່ງກ່າວແມ່ນເຈົ້າໜ້າທີ່ໄດ້ຢຶດມາຈາກບັນດາຮ້ານຄ້າ, ພໍ່ຄ້າແມ່ຄ້າ ຕາມຕະຫຼາດ ພາຍຫຼັງໄດ້ມີການລົງກວດກາມາດຕະຖານຊິງຕົວຈິງ ເຫັນວ່າມີຫຼາຍຮ້ານທີ່ມີການດັດປັບຊິງຊັ່ງ ເພື່ອໃຫ້ຕົນເອງໄດ້ຜົນປະໂຫຍດ ເວົ້າລວມກໍ່ແມ່ນປັບຕາຊິງ ຫຼື ໂກງຕາຊິງ.
ເຊິ່ງການກະທຳດັ່ງກ່າວຖືວ່າຜິດກົດໝາຍ ແລະ ເພື່ອເປັນການປົກປ້ອງຜູ້ຊົມໃຊ້ ຫຼື ລູກຄ້າ ບໍ່ໃຫ້ຖືກເອົາລັດເອົາປຽບຢ່າງບໍ່ເປັນທຳນີ້ ເຈົ້າໜ້າທີ່ຈຶ່ງໄດ້ຢຶດຊິ່ງທີ່ມີການດັດປັບ, ບໍ່ໄດ້ມາດຕະຖານເຫຼົ່ານີ້ມາທຳລາຍຖີ້ມ.