ທ່ານນາຍົກ ຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມອາທິດໜ້ານີ້

90

ອີງໃສ່ແຈ້ງການຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມ​ຢາມ ​ຢ່າ​ງ​ເປັນ​ທາງ​ການ ທີ່ ສສ.ຫວຽດນາມໃນອາທິດໜ້ານີ້ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດອ້າຍນ້ອງລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະໄດ້ເດີນທາງໄປຢ້ຽມຢາມ ຢ່າງເປັນທາງການ ທີ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ແຕ່ວັນທີ 01-03 ຕຸລາ 2019, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.