ຜູ້ລີ້ໄພ ຊາວຊີເຣຍ ທະຍອຍກັບບ້ານເກີດ ເກືອບ 20 ພັນຄົນ

198

ສໍານັກຂ່າວຊານາຂອງທາງການປະເທດຊີເຣຍລາຍງານ ວ່າ ກຸ່ມຜູ້ລີ້ໄພຊາວຊີເຣຍ ໄດ້ເດີນທາງກັບຈາກປະເທດຈໍແດນ ແລະ ຄ້າຍຜູ້ລີ້ໄພ ທາງພາກໃຕ້ຂອງຊີເຣຍ ຜ່ານດ່ານຊາຍແດນນາຊິບ (Nasib) ໃນເມືອງດາໄຣອາ ເມື່ອວັນພຸດ ທີ 8 ພຶດສະພາ ທີ່ຜ່ານມາ.

ລາຍງານລະບຸວ່າ ນັບຕັ້ງແຕ່ກັບມາເປີດດ່ານຂ້າມແດນນາຊິບ ເມື່ອເດືອນຕຸລາ ປີຜ່ານມາ ມີກຸ່ມຜູ້ລີ້ໄພຊາວຊີເຣຍເດີນທາງກັບຈາກຈໍແດນແລ້ວ 19.600 ຄົນ ດ້ານຈໍແດນຄາດວ່າ ມີຊາວຊີເຣຍຢູ່ໃນປະເທດ ປະມານ 1,4 ລ້ານຄົນ.

ในภาพอาจจะมี 14 คน, คนที่ยิ้ม, ผู้คนกำลังยืน และสถานที่กลางแจ้ง

ຂະນະດຽວກັນ ກຸ່ມຜູ້ລີ້ໄພຊາວຊີເຣຍທີ່ເດີນທາງອອກຈາກຄ້າຍຣຸກບັນ (Rukban) ໄດ້ເຂົ້າເຖິງພື້ນທີ່ຂອງລັດຖະບານໃນເມືອງຮອມສ໌ (Homs) ເປັນທີ່ຮຽບຮ້ອຍ ເຊິ່ງຖືເປັນຜູ້ລີ້ໄພກຸ່ມຫຼ້າສຸດທີ່ເດີນທາງອອກຈາກຄ້າຍຣຸກບັນ ຕັ້ງແຕ່ຕົ້ນປີ ທີ່ຜ່ານມາ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สถานที่กลางแจ้ง และธรรมชาติ

ທັງນີ້ ຄ່າຍຣຸກບັນເປັນທີ່ພັກພິງຊົ່ວຄາວຂອງຜູ້ພັດຖິ່ນຊາວຊີເຣຍ ຫຼາຍກວ່າ 50.000 ຄົນ ທີ່ຕ້ອງປະສົບກັບວິກິດທາງດ້ານມະນຸສະທໍາອັນໂຫດຮ້າຍ ເນື່ອງຈາກຂາດແຄນສະບຽງອາຫານຢ່າງຫຼວງຫຼາຍ.

ຂ່າວຈາກ: China Xinhua News