ຜູ້ເຮັດວຽກທະນາຄານມີໜາວ!! SCB ຂອງໄທປິດ 100 ສາຂາເພື່ອມາເປີດທະນາຄານດີຈີຕອນ 7eleven

97

ເວົ້າໄດ້ວ່າຍຸກ 4.0 ນີ້ມີຄວາມສ່ຽງຕໍ່ອາຊີບວຽກງານຂອງບາງຂະແໜງການພໍສົມຄວນ ເປັນຕົ້ນແມ່ນວຽກທີ່ສາມາດເອົາລະບົບດີຈີຕອນເຂົ້າໄປເຮັດວຽກແທນຄົນໄດ້ ວິທີນີ້ຊ່ວຍໃຫ້ການບໍລິການມີຄວາມວ່ອງໄວທັນການ ແລະ ປະຢັດຕົ້ນທຶນ ແຕ່ຈະກະທົບຕໍ່ຜູ້ທີ່ເຮັດວຽກ ຫຼື ຮຽນຈົບສາຍນີ້ລະດັບໜຶ່ງ. ຫຼ້າສຸດມີຂ່າວວ່າທະນາຄານໄທພານິດກຽມຕົວປິດສາຂານັບ 100 ແຫ່ງ ເພື່ອມາເປີດການບໍລິການແບບໃໝ່ທີ່ໃຊ້ QR code ແທນ.

 

ພາບປະກອບຂ່າວ

 

SCB ປະກາດເປີດໂຕທະນາຄານ ໃນເຊ່ເວັ່ນອີລາເວັ່ນ (7eleven) ຢ່າງເປັນທາງການ ໂດຍຮັບຝາກ-ຖອນ ຕະຫຼອດ 24 ຊົ່ວໂມງ ຜ່ານ QR Code ກຽມປິດສາຂາທະນາຄານລົງ 100 ສາຂາພາຍໃນປີນີ້ ແລະ ຫຼຸດການໃຊ້ຕູ້ ATM ອີກ 500 ຕູ້.

 

ພາບປະກອບຂ່າວ

 

ທະນາຄານໄທພານິດ ແລະ ບໍລິສັດເຄົາເຕີເຊີວິດ ກຸ່ມທຸລະກິດໃນເຄືອຊີພີອໍ ເຄົາເຕີເຊີວິດ ເປີດຕົວ “SCB Service” ບໍລິການແບັງກິ້ງເອເຢນຂອງທະນາຄານໄທພານິດ ຜ່ານເຄົາເຕີເຊີວິດ ທີ່ເຊ່ເວັ່ນອີລາເວັ່ນກວ່າ 11.000 ສາຂາທົ່ວປະເທດ ໃຫ້ບໍລິການຝາກ-ຖອນ ເງິນສົດບັນຊີເງິນຝາກໄທພານິດ ຜ່ານລະບົບດິຈີຕອນດ້ວຍ QR Code ໃນແອັບພິເຄຊັ່ນ SBC EASY ຊ່ວຍໃຫ້ລູກຄ້າ ທີ່ມີຄວາມຕ້ອງການທຳທຸລະກຳເງິນສົດ ຫຼັງເວລາເຮັດວຽກປົກກະຕິ ສາມາດເຂົ້າເຖິງ ການບໍລິການທະນາຄານ ໄດ້ຢ່າງສະດວກສະບາຍຕະຫຼອດ 24 ຊົ່ວໂມງ.

 

ພາບປະກອບຂ່າວ

 

ພາຍຫຼັງເປີດໃຫ້ບໍລິການ ຄາດຈະມີຍອດທຸລະກຳສະເລ່ຍປະມານ 1 ແສນຄົນຕໍ່ເດືອນ ກ່ອນຮ່ວມກັນສຶກສາ ແລະ ພັດທະນາ ເພື່ອຂະຫຍາຍສູ່ບໍລິການທາງການເງິນອື່ນໆໃນອະນາຄົດເຊັ່ນ: ການໂອນເງິນແບບບໍ່ມີບັນຊີປາຍທາງ, ການຮັບ-ໂອນເງິນຕາຕ່າງປະເທດ, ການເປີດບັນຊີ ບໍລິການດ້ານສິນເຊື່ອທີ່ກົງກັບຄວາມຕ້ອງການຂອງລູກຄ້າ.

 

ພາບປະກອບຂ່າວ

 

ແນວໃດກໍ່ຕາມມີພຽງການປະກາດປິດຕົວສາຂາທະນາຄານ ແລະ ຍົກເລີກໃຊ້ຕູ້ເອທີເອັມ ແຕ່ຍັງບໍ່ທັນລະບຸຊັດເຈນ ການປິດຕົວດັ່ງກ່າວຕ້ອງຖອນພະນັກງານອອກ ຫຼື ຮັບເຂົ້າໃໝ່ເພື່ອມາບໍລິຫານຈັດການລະບົບໃໝ່ນີ້ແນວໃດ.

 

ພາບປະກອບຂ່າວ