ລັດຖະບານ ຮັບຮອງເອົາບົດລາຍງານການແກ້ໄຂການອອກໃບຕາດິນຊ້ຳຊ້ອນ

47

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ ໄດ້ພ້ອມກັນວິໄຈຍົກໃຫ້ເຫັນບັນຫາ, ສາເຫດ ແລະ ມີມາດຕະການແກ້ໄຂໃນຕໍ່ໜ້າ ໂດຍໄດ້ເຫັນດີດ້ານຫຼັກການຮັບຮອງເອົາ 7 ບົດລາຍງານ ເປັນຕົ້ນແມ່ນ: ບົດລາຍງານກ່ຽວກັບການຄຸ້ມຄອງ ແລະ ແກ້ໄຂການອອກໃບຕາດິນຊ້ຳຊ້ອນ, ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ.

ສ່ວນຈຸດສຸມເດືອນມິຖຸນາ ແມ່ນຈະສຸມໃສ່ປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ທີ່ເຫັນສົມຄວນສົ່ງອອກ ຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ ເພື່ອປົດລັອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນ.

ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ     ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ປຶກສາຫາລືດ້ວຍ ຄວາມຮັບຜິດຊອບສູງ, ມີການວິເຄາະ, ວິໄຈ, ຍົກໃຫ້ເຫັນບັນຫາ, ສາເຫດ ແລະ ມີມາດຕະການແກ້ໄຂໃນຕໍ່ໜ້າ ໂດຍໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາ 7 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ດັ່ງນີ້:

  1. ບົດລາຍງານການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມໃນປີ 2020.
  2. ບົດລາຍງານກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມ.
  3. ບົດລາຍງານກ່ຽວກັບການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ.
  4. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ – ຈີນ 5 ເດືອນຕົ້ນປີ ແລະ ວຽກງານຈຸດສຸມປີທ່ອງທ່ຽວ ລາວ – ຈີນ ປີ 2019.
  5. ບົດລາຍງານກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
  6. ບົດລາຍງານການປັບປຸງຮ່າງລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.
  7. ບົດລາຍງານກ່ຽວກັບບັນຊີລາຍການໄມ້ ແລະ ຜະລິດຕະພັນໄມ້ເພື່ອສົ່ງອອກ.

ສຳລັບເດືອນມິຖຸນາ 2019 ລັດຖະບານຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງ ເຊັ່ນ:

ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍເອົາໃຈໃສ່ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນອຸບັດເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນ ຄວາມຈິງຂອງສື່ອອນລາຍ ແລະ ອື່ນໆ.

ຄົ້ນຄວ້າ ແລະ ຜັນຂະຫຍາຍຈິດໃຈຊີ້ນຳຂອງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ 10 ໃຫ້ເປັນແຜນການຈຸດສຸມຂອງແຕ່ລະຂະແໜງການ ໂດຍສະເພາະແມ່ນວຽກງານການພັດທະນາຊົນນະບົດ, ການແບ່ງຂັ້ນຄຸ້ມຄອງ, ການແກ້ໄຂບັນຫາຂອດຂັ້ນກ່ຽວກັບການລົງທຶນ, ການແກ້ໄຂບັນຫາຄັງສໍາຮອງເງິນຕາ, ການປັບປຸງລັດວິສາຫະກິດໄຟຟ້າລາວ, ການປັບປຸງລັດວິສາຫະກິດການບິນລາວ, ການຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ແລະ ການສ້າງຖານລາຍຮັບໃໝ່, ການອອກໃບຕາດິນ, ແລະ ການກວດຄືນການແກ້ໄຂຄະດີຕາມຂະບວນຍຸຕິທໍາ.

ຄົ້ນຄວ້າ ແລະ ຜັນຂະຫຍາຍຜົນການເຄື່ອນໄຫວຢ້ຽມຢາມລັດຖະກິດຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດທີ່ ສປ ຈີນ ໃນທ້າຍເດືອນຜ່ານມາ ເຊິ່ງໃນໂອກາດດັ່ງກ່າວການນຳຂັ້ນສູງຂອງສອງປະເທດໄດ້ຕົກລົງກັນຫຼາຍບັນຫາ ເປັນຕົ້ນແມ່ນ: ແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳ  ລາວ – ຈີນ, ຂອບການຮ່ວມມືພັດທະນາຕາມແລວທາງເສດຖະກິດ ລາວ – ຈີນ ( 2019 – 2030 ).

ຊຸກຍູ້ ແລະ ລົງຊ່ວຍເຫຼືອປະຊາຊົນໃນການຜະລິດລະດູຝົນທີ່ຈະມາເຖິງໃຫ້ຖ່ວງທັນຕາມລະດູການ ແລະ ໄດ້ຕາມແຜນການຜະລິດ.

ປັບປຸງບັນຊີໄມ້ ແລະ ຜະລິດຕະພັນໄມ້ທີ່ເຫັນສົມຄວນສົ່ງອອກ ຄຽງຄູ່ກັບການຊຸກຍູ້ການປຸງແຕ່ງຜະລິດຕະພັນໄມ້ ເພື່ອປົດລັອກທຸລະກິດໄມ້ໃຫ້ສາມາດເຄື່ອນໄຫວມີປະສິດທິຜົນທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານ, ແຕ່ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ລັດຖະບານໄດ້ກໍານົດອອກ.

ສືບຕໍ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ ແລະ ຄໍາສັ່ງ 15/ນຍ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນຢ່າງແທ້ຈິງ.

ສືບຕໍ່ຕິດຕາມ, ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ, ອາຫານທະເລທີ່ນໍາເຂົ້າມາຈາກປະເທດໃກ້ຄຽງຢູ່ດ່ານຕ່າງໆ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ. ພ້ອມກັນນີ້, ກໍໃຫ້ລົງກວດກາດ້ານສຸຂະນາໄມສັດຢູ່ໂຮງງານຂ້າສັດຕ່າງໆໃນຂອບເຂດທົ່ວປະເທດ.

ສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ແລະ ບໍ່ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.

ກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງເຂດທົ່ງໄຫຫີນເປັນມໍລະດົກໂລກ ພ້ອມທັງປົກປັກຮັກສາມໍລະດົກໂລກທີ່ໄດ້ປະກາດໄປແລ້ວໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນ.

ເອົາໃຈໃສ່ວຽກງານກະກຽມ ແລະ ດໍາເນີນການສອບເສັງຈົບຊັ້ນ ປະຈໍາປີ 2019 ຂອງນັກຮຽນ – ນັກສຶກສາໃຫ້ຖືກຕ້ອງ, ໂປ່ງໃສ ແລະ ຮັບປະກັນຄຸນນະພາບ.

ສືບຕໍ່ປະສານສົມທົບ, ຄົ້ນຄວ້າ ແລະ ແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຈາກການສະເໜີຂອງຂະແໜງຕ່າງໆ, ຈາກສື່ສັງຄົມອອນລາຍ ແລະ ຕາມແຫຼ່ງອື່ນໆໃຫ້ວ່ອງໄວ, ແທດຕົວຈິງ ແລະ ໃຫ້ລາຍງານຄວາມຄືບໜ້າການແກ້ໄຂແຕ່ລະບັນຫາໃຫ້ລັດຖະບານຮັບຊາບ ແລະ ມີທິດຊີ້ນໍາ.

ສືບຕໍ່ເອົາໃຈໃສ່ລົງໄປຕິດຕາມ, ກວດກາ ແລະ ແກ້ໄຂບັນຫາການຕັ້ງພູມລໍາເນົາຂອງປະຊາຊົນຢູ່ເຂດປ່າສະຫງວນຜ່ານມາ ແລະ ການບຸກລຸກທີ່ດິນລັດຢູ່ເຂດປ່າສະຫງວນເພື່ອການພັດທະນາ ເປັນຕົ້ນແມ່ນເຂດກໍ່ສ້າງສະຖານີລົດໄຟທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ອື່ນໆ ເພື່ອຫຼີກເວັ້ນການແກ້ໄຂບັນຫາທີ່ຈະຕາມມາພາຍຫຼັງ ແລະ ສ້າງ ຄວາມຫຍຸ້ງຍາກໃນການພັດທະນາໃນອະນາຄົດ.