ອົງການອະນາໄມໂລກເລັ່ງສະກັດອີໂບລາລະບາດຢູ່ກົງໂກ

74

ອົງການອະນາໄມໂລກ ( WHO ) ຮຽກຮ້ອງໃຫ້ມີການສັກວັກຊີນປ້ອງກັນພະຍາດອີໂບລາ ( Ebola ) ທີ່ລະບາດເປັນບໍລິເວນກວ້າງຢູ່ປະເທດກົງໂກ ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 1 ພັນກວ່າຄົນ.

WHO ໃຫ້ຮູ້ວ່າ: ມີປະຊາຊົນກົງໂກ 110.000 ກວ່າຄົນ ໄດ້ລອດພົ້ນຈາກພະຍາດດັ່ງກ່າວຍ້ອນການສັກວັກຊີນປ້ອງກັນໃຫ້ແກ່ຜູ້ທີ່ມີຄວາມສ່ຽງສູງ ເນື່ອງຈາກໄປສຳຜັດກັບຄົນເຈັບ ແລະ ຜູ້ເສຍຊີວິດ.

ຢ່າງໃດກໍຕາມ, ເພື່ອໃຫ້ການສັກວັກຊີນມີຄວາມເຂັ້ມງວດກວ່າເກົ່ານັ້ນ ບັນດາຊ່ຽວຊານຂອງ WHO ໄດ້ແຈ້ງເຕືອນໄປຍັງເຈົ້າໜ້າທີ່ສາທາລະນະສຸກ ກົງໂກ ວ່າຄວນຜັນຂະຫຍາຍການສັກວັກຊີນໃຫ້ແກ່ປະຊາຊົນທົ່ວປະເທດ.