ຄະນະຜູ້ແທນແຫ່ງ ສປປ ລາວ ນໍາໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າບໍລິໂພກສາກົນ (China International Consumer Expo-Hainan Expo), ທີ່ ເມືອງ ຫາຍໂຄ, ແຂວງໄຫນານ ສປ ຈີນ ລະຫວ່າງວັນທີ 9-13 ເມສາ 2023, ເຊິ່ງເປັນງານວາງສະແດງລະດັບຊາດຄັ້ງທໍາອິດທີ່ຈັດຂຶ້ນ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ເປັນຄັ້ງທີ 3 ຂອງ ສປ ຈີນ ທີ່ກໍານົດເອົາ ສິນຄ້າບໍລິໂພກເປັນຫົວຂໍ້ສໍາຄັນ ແລະຍັງເປັນງານສະແດງສິນຄ້າ ບໍລິໂພກທີ່ໃຫຍ່ທີ່ສຸດ ໃນຂົງເຂດອາຊີ-ປາຊີຟິກ.
ໂອກາດເຂົ້າຮ່ວມງານວາງສະແດງ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບກຽດມີຄໍາເຫັນໃນພິທີເປີດງານຢ່າງເປັນທາງການ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະແຂວງໄຫໜານ ແລະຄະນະຮັບຜິດຊອບຈັດງານວາງສະແດງໃນຄັ້ງນີ້ ທີ່ສາມາດຈັດງານໄດ້ຢ່າງຍິ່ງໃຫຍ່, ຈົບງາມ ແລະມີຄວາມໝາຍສໍາຄັນ ສອດຄ່ອງກັບສະພາບເສດຖະກິດຂອງໂລກໃນປັດຈຸບັນ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ ແຈ້ງໃຫ້ແຂກທີ່ເຂົ້າຮ່ວມຊາບວ່າ: ໃນວັນທີ 13 ເມສາ 2023, ສປປ ລາວ ແລະ ສປ ຈີນ ໄດ້ເປີດໃຫ້ບໍລິການລົດໄຟຖ້ຽວປະຖົມມະລຶກ ນະຄອນຫລວງວຽງຈັນ-ຄຸນໝິງ ແລະ ຄຸນໝິງ-ນະຄອນຫລວງວຽງຈັນ ແລະ ເຊີນຊວນໃຫ້ບັນດາແຂກໄປໃຊ້ບໍລິການ ແລະຢ້ຽມຢາມ ສປປ ລາວ.
ໂອກາດດຽວກັນນີ້, ໃນຕອນເຊົ້າຂອງວັນທີ 10 ເມສາ 2023, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບກັບ ທ່ານ ວາງຢົ້ງ ຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດ ຈີນ ແລະຕອນບ່າຍຂອງວັນທີ 11 ເມສາ 2023, ພົບປະກັບ ທ່ານ ເຟີງ ເຟ່ ກໍາມະການສູນກາງພັກກອມມູນິດຈີນ, ເລຂາພັກແຂວງໆໄຫໜານ. ເຊິ່ງການພົບປະທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການເປັນປະເທດເພື່ອນມິດຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊະຕາກຳ ລາວ-ຈີີນ, ຈີນ-ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການພົບປະຂອງສອງເລຂາທິການໃຫຍ່ ລາວ-ຈີນ ໃຫ້ໄດ້ຮັບໝາກຜົນ ລວມທັງການຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ການນໍາຂັ້ນສູງຂອງທັງສອງປະເທດໄດ້ເຫັນດີ ແລະລົງນາມຮ່ວມກັນໃນໄລຍະຜ່ານມາ.
ທ່ານເລຂາພັກແຂວງໄດ້ແຈ້ງສະພາບການພັດທະນາຂອງແຂວງໄຫໜານ ເຊິ່ງແຂວງໄຫໜານ ແມ່ນໄດ້ຮັບອະຍຸຍາດໃຫ້ສ້າງເປັນເຂດເສດຖະກິດການຄ້າພິເສດ ແລະເປັນເຂດປອດພາສີທີ່ໃຫຍ່ທີ່ສຸດໃນ ສປ ຈີນ ໂດຍມີການຊີ້ນຳໂດຍກົງຈາກສູນກາງພັກກອມມູນິດຈີນ ໂດຍສະເພາະແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກ ສະຫາຍ ສີຈິ້ນຜິງ ເລຂາທິຫານໃຫຍ່ ປະທານປະເທດ ຊຶ່ງທາງແຂວງໄຫໜານ ແມ່ນມີທ່າແຮງດ້ານກະສິກຳ ແລະການທ່ອງທ່ຽວ, ນອກນັ້ນ, ແຂວງໄຫໜານ ຍັງມີສູນຄົ້ນຄວ້າທົດລອງດ້ານກະສິກຳ ແລະແນວພັນ ປາ, ກຸ້ງ ແລະອື່ນໆ; ທັງສອງຝ່າຍມີຫລາຍທ່າແຮງທີ່ສາມາດຮ່ວມມືນຳກັນ ແລະກໍໄດ້ມີການຮ່ວມມືນຳກັນແລ້ວໃນຫລາຍຂົງເຂດ ເປັນຕົ້ນດ້ານກະສິກຳ, ເຊັ່ນແນວພັນພືດຢາງພາລາ.
ໃນໂອກາດການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ທ່ານຮອງນາຍົກພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ບັນດາສະຖານທີ່ສໍາຄັນທາງດ້ານປະຫວັດສາດຂອງແຂວງ, ພື້ນຖານໂຄງລ່າງ ການພັດທະນາດ້ານເສດຖະກິດ-ສັງຄົມ, ເຂດຮັກສາສຸຂະພາບ, ໂຮງໝໍ, ເຂດພັດທະນາໃໝ່ຂອງແຂວງໄຫໜານ ແລະຫໍພິພິທະພັນຂອງພັກກອມມູນິດຈີນ ຢູ່ ນະຄອນຫາຍໂຄ ຕື່ມອີກ.
ໃນງານຄັ້ງນີ້ ມີບັນດາບໍລິສັດທີ່ເຂົ້າຮ່ວມງານວາງສະແດງຈາກ 65 ປະເທດ ແລະເຂດແຄວ້ນ ແລະມີສິນຄ້າຫລາຍກວ່າ 3.000 ປະເພດທີ່ມາຮ່ວມວາງສະແດງ. ໃນນັ້ນ, ມີປະມານ 300 ກວ່າປະເພດ ທີ່ເປັນສິນຄ້າໃໝ່ຫາກໍເລີ່ມນໍາມາສະເໜີ ແລະໂຄສະນາສູ່ຕະຫລາດ.
ຂ່າວ: ກະຊວງການຕ່າງປະເທດ