ເສດຖະກິດເມືອງວັງວຽງດີຂຶ້ນ ຄາດໝົດປີຈະສາມາດເກັບລາຍຮັບໄດ້ 9,5 ຕື້ກວ່າກີບ ເທົ່າກັບ 101% ຂອງແຜນການປີ

103

ເສດຖະກິດເມືອງວັງວຽງດີຂຶ້ນ ຄາດໝົດປີຈະສາມາດເກັບລາຍຮັບໄດ້ 9,5 ຕື້ກວ່າກີບ ເທົ່າກັບ 101% ຂອງແຜນານປີ
ໃນໄລຍະເຄິ່ງປີ ການຈັດເກັບລາຍຮັບຢູ່ເມືອງວັງວຽງ ແຂວງວຽງຈັນ ບັນລຸເປົ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມ 8% ຄາດໝົດປີ ຈະສາມາດເກັບລາຍຮັບສ່ວຍສາອາກອນທີ່ 9ຕື້ກວ່າກີບ. ຂະນະທີ່ຕົວເລກການທ່ອງທ່ຽວມີທ່າອ່ຽງດີຂຶ້ນ ແຕ່ນັກທ່ອງທ່ຽວຕ່າງປະເທດຍັງມີຈໍານວນຈໍາກັດ.

ທ່ານ ຄໍາເສັງ ເອກະພັນ ຫົວໜ້າສ່ວຍສາອາກອນເມືອງວັງວຽງໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຄຸ້ມຄອງລາຍຮັບເຂົ້າງົບປະມານແຫ່ງລັດ ຂອງສ່ວຍສາອາກອນ ປະຈໍາເມືອງວັງວຽງ 6 ເດືອນຕົ້ນປີ 2022 ປະຕິບັດໄດ້ 4.948.656.800 ກີບ ເທົ່າກັບ 52,21% ຂອງແຜນການປີ ທຽບໄລຍະດຽວກັນປີຂອງປີຜ່ານມາເພີ່ມຂຶ້ນ 8%. ຄາດຄະເນປະຕິບັດ 6 ເດືອນທ້າຍປີ 2022 ຢູ່ທີ່ 4.624.385.800 ກີບ ເທົ່າ 48,79% ຂອງແຜນການປີ 2022 ຄາດຄະເນປະຕິບັດໝົດປີ 9.573.042.600 ກີບເທົ່າກັບ 101% ຂອງແຜນການປີ.

ສໍາລັບປີ 2021 ແຜນຈັດເກັບລາຍຮັບໝົດປີແມ່ນ 9.172.220.000 ກີບ ປະຕິບັດ 6 ເດືອນຕົ້ນປີໄດ້ 4.061.329.800 ກີບ ເທົ່າ 44% ຂອງແຜນການປີ ໂດຍສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ແມ່ນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດກະທົບ ແລະ ທຸລະກິດຈໍານວນໜຶ່ງເຖິງຂັ້ນປິດກິດຈະການ.

ແນວໃດກໍດີ ສໍາລັບປີ 2022 ນີ້ ຜົນປະກອບການແມ່ນຄ່ອຍໆດີຂຶ້ນໂດຍສະເພາະຂະແໜງການທ່ອງທ່ຽວກັບມາຄຶກຄັກອີກຄັ້ງ; ອີງຕາມບົດສະຫຼຸບລາຍງານຂອງຫ້ອງການ ຖວທ ເມືອງວັງວຽງ ໃນ 6 ເດືອນຕົ້ນປີ ໄດ້ໃຫ້ຮູ້ວ່າ: ຕັ້ງແຕ່ຕົ້ນປີ 2022 ເປັນຕົ້ນມາ ບັນຍາກາດການທ່ອງທ່ຽວຢູ່ເມືອງວັງວຽງເລີ່ມກັບມາຄຶກຄັກ ແລະ ມີທ່າອ່ຽງດີຂຶ້ນກວ່າ 2 ປີຜ່ານມາ ໂດຍມາຮອດປັດຈຸບັນ ຕົວເລກນັກທ່ອງທ່ຽວເຂົ້າທັງໝົດ 34.103 ຄົນ; ຍິງ 15.233 ຄົນ ໃນນັ້ນນັກທ່ອງທ່ຽວພາຍໃນ 33.401 ຄົນ ຍິງ 14.927 ຄົນ ແລະ ຕ່າງປະເທດ 702 ຄົນ ຍິງ 306 ຄົນ ຄາດຄະເນເງິນສໍາພັດປະມານ 17 ຕື້ກວ່າກີບ.

ຂະນະທີ່ກຸ່ມບໍລິການເຮືອຫາງຍາວ ເມືອງວັງວຽງ ເວົ້າວ່າ: ບັນຍາກາດການທ່ອງທ່ຽວປີນີ້ຄ່ອຍໆດີຂຶ້ນເມື່ອທຽບໃສ່ 2 ປີຜ່ານມາ ແຕ່ໃນໄລຍະນີ້ຍັງເປັນລະດູຝົນເຮັດໃຫ້ການບໍລິການຂອງກຸ່ມເຮືອຫາງຍາວຍັງບໍ່ຕອບໂຈດເທົ່າທີ່ຄວນອັນເນື່ອງມາຈາກປະມານນໍ້າຍັງມີນໍ້າຫຼາຍ.