ຍິນດີນໍາ ນ້ອງ ຮັ່ນນ້າ ຊົງຄຳແກ້ວ ໄດ້ຮອງອັນດັບ 2 Miss Teen Junior Idol World 2022

101

ຂໍສະແດງຄວາມຍິນດີນໍາ ຕົວແທນລຸ້ນນ້ອຍນາງງາມຂອງລາວ ຮັ່ນນ້າ ຊົງຄຳແກ້ວ Junior Idol World Laos 2022 ໄດ້ຮັບຕຳແໜ່ງ ຮອງອັນດັບ 2 Miss Teen Junior Idol World 2022 ແລະ ໄດ້ຮັບລາງວັນພິເສດ ລາງວັນຊຸດລາຕີດີເດັ່ນ ໃນການປະກວດ Junior Idol World 2022 ທີ່ປະເທດໄທ


ເປັນອີກຄວາມພູມໃຈ ເປັນບາດກ້າວຄວາມສຳເລັດຂອງຄະນະທີມງານ Junior Idol World Laos ທີ່ສາມາດນຳພານ້ອງໄປເປັ່ງປະກາຍຄວາມສາມາດ ໃຫ້ກັບບັນດາໝູ່ເພື່ອນໄດ້ເຫັນເຖິງສັກກະຍະພາບ ຂອງເວທີປະກວດນາງງາມລາວ ນາງງາມລາວ ສູ່ສາຍຕານາໆຊາດ


ເປັນການປະກວດທີ່ໜ້າຕື່ນຕາຕື່ນໃຈທຸກໆວິນາທີ ນ້ອງໆທີ່ເຂົ້າຮ່ວມປະກວດມີແຕ່ຄົນເກັ່ງໆກັນທັ້ງນັ້ນ
ອັນດັບ1 ໄດ້ແກ່ ເຈົ້າພາບການປະກວດ ປະເທດໄທ
ຮອງອັນດັບ1 ໄດ້ແກ່ ປະເທດ ຟິລິບປິນ

.


ຮອງອັນດັບ2 ໄດ້ແກ່ ຮັ່ນນ້າ ຊົງຄຳແກ້ວ ຕົວແທນຈາກປະເທດລາວ
Junior Idol World Laos
Source Miss Angie Beuaty Queen Page