ເສດຖະກິດຈີນ ຈະກັບສູ່ປົກກະຕິ ຫຼັງສະຖານະການໂຄວິດຜ່ອນຄາຍລົງ

36

ສຳນັກຂ່າວ ເອເອັຟພີ ລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດຈີນ ເປີດເຜີຍວ່າອັດຕາການວ່າງງານຂອງຈີນ ໃນເດືອນເມສາ 2022 ເພີ່ມຂຶ້ນ 6,1% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ຂະນະທີ່ຍອດຄ້າຂາຍຍ່ອຍຫຼຸດລົງ 11,1% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກວ່າຮ້ານອາຫານ, ຮ້ານຄ້າ ແລະ ຮ້ານຂາຍເຄື່ອງອຸປະໂພກ – ບໍລິໂພກອື່ນໆໃນນະຄອນຊຽງໄຮ້ ແລະ ເມືອງອື່ນໆອີກຫຼາຍເມືອງ ຕ້ອງປິດຊົ່ວຄາວໃນໄລຍະທີ່ລັດຖະບານອອກມາດຕະການຄວບຄຸມໂຄວິດ – 19 ເຊັ່ນດຽວກັນກັບພາກອຸດສາຫະກຳການຜະລິດທີ່ຫຼຸດລົງ 2,9% ຈາກການປິດສາຍການຜະລິດຊົ່ວຄາວ.

ການທີ່ໃຊ້ມາດຕະການປິດນະຄອນຊຽງໄຮ້ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ – 19 ເມື່ອເດືອນເມສາຜ່ານມາ ເຮັດໃຫ້ເກີດຄວາມກັງວົນໄປທົ່ວໂລກວ່າ ການຜະລິດ ແລະ ການຄ້າຈະສະດຸດຊົ່ວຄາວ ເຖິງແມ່ນວ່າໄຕມາດທຳອິດຂອງປີນີ້ ເສດຖະກິດຈີນ ຈະຂະຫຍາຍຕົວ 4,8% ສູງກວ່າໄຕມາດສຸດທ້າຍຂອງປີຜ່ານມາ ທີ່ຂະຫຍາຍຕົວ 4,1% ແຕ່ໄຕມາດ 2 ຂອງປີນີ້ ຄາດວ່າຈະຫຼຸດລົງ.

ແນວໃດກໍຕາມ, ທ່ານ ຟູ້ ຫຼິງຮຸຍ ໂຄສົກສຳນັກງານສະຖິຕິແຫ່ງຊາດຈີນ ຄາດການວ່າ ເສດຖະກິດຈີນຈະຟື້ນຕົວກັບມາຢ່າງຄ່ອຍເປັນຄ່ອຍໄປ ເນື່ອງຈາກວ່າ ຈີນໄດ້ປະສົບຜົນສຳເລັດໃນການຄວບຄຸມການລະບາດ ບວກກັບນະໂຍບາຍສະໜັບສະໜູນການເຕີບໂຕດ້ານເສດຖະກິດມີຜົນບັງຄັບໃຊ້.