ເດືອນພຶດສະພາ ລັດຖະບານ ກຳນົດ 7 ວຽກຈຸດສຸມ ເນັ້ນຄຸ້ມຄອງອັດຕາແລກປ່ຽນ ແກ້ໄຂລາຄານໍ້າມັນແພງ

398

ລັດຖະບານໄດ້ກຳນົດ 7 ວຽກຈຸດສຸມໃນເດືອນພຶດສະພາ ໂດຍສະເພາະແມ່ນຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ; ກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.


ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ກ່າວວ່າ: ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນ ວັນທີ 26 ແລະ ປິດລົງ ວັນທີ 27 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດໃນເດືອນເມສາ 2022 ແລະ ວາງ ທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022 ດັ່ງນີ້:
1) ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂຶ້ນກວ່າເກົ່າ, ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງ ດັ່ງນີ້:
– ສຸມໃສ່ການເກັບລາຍຮັບງົບປະມານ ຂອງລັດໃຫ້ໄດ້ຕາມແຜນການທີ່ວາງໄວ້, ໃນນັ້ນ ໃຫ້ສຸມໃສ່ຄົ້ນຄວ້າແຫຼ່ງລາຍຮັບໃໝ່ ແລະ ການຫັນການເກັບລາຍຮັບເປັນທັນສະໄໝ ໂດຍສະເພາະ ການຫັນການເກັບລາຍຮັບຢູ່ບັນດາດ່ານສາກົນທົ່ວປະເທດ.
– ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເຮັດທົດລອງການຂຸດຄົ້ນແຮ່ທາດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດເຮັດທົດລອງແຮ່ເຫຼັກ ຮີບຮ້ອນດໍາເນີນການຂຸດຄົ້ນ ແລະ ສົ່ງອອກ ເພື່ອໃຫ້ສາມາດເກັບລາຍຮັບໄດ້ໄວ, ພ້ອມກັນນັ້ນ ໂຄງການໃດທີ່ມີການທັບຊ້ອນເນື້ອທີ່ ກໍໃຫ້ແກ້ໄຂຢູ່ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດກ່ອນ ຈຶ່ງສະ ເໜີລັດຖະບານ ພິຈາລະນາ.
– ສືບຕໍ່ປະຕິຮູບບັນດາບໍລິສັດ, ລັດວິສາຫະກິດ ຕາມມະຕິຂອງລັດຖະບານ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021 ໃຫ້ສໍາເລັດໂດຍໄວ ໃນນັ້ນໃຫ້ສຸມໃສ່ປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະການບິນລາວ; ປັບປຸງຮູບແບບການເຄື່ອນໄຫວ ແລະ ການດໍາເນີນທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາລາວ ເພື່ອເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນ.


– ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະ ການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ ກໍໃຫ້ເລື່ອນໄປກ່ອນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຖ້າບໍ່ຈໍາເປັນແທ້ ກໍອາດມອບໃຫ້ເອກະອັກຄະລັດຖະທູດ ຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ; ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໂດຍໄວ.
– ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນ, ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.
– ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆ ໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.
– ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.


2) ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ ແລະ ອຸປະຕິບັດເຫດຕາມຖະໜົນຫົນທາງ.
3) ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍກໍານົດບັນຊີໂຄງການຕົວຈິງທີ່ຈະສົ່ງເສີມ ແລະ ດຶງດູດການລົງທຶນ ໃຫ້ລະອຽດ.
4) ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນເງື່ອນໄຂໃໝ່ ພ້ອມທັງຮີບຮ້ອນຈັດຕັ້ງປະຕິບັດມາດຕາການຜ່ອນຜັນ ສໍາລັບການເຂົ້າ-ອອກ ສປປ ລາວ ເພື່ອເປີດຮັບນັກທ່ອງທ່ຽວ ໂດຍໃຫ້ເບິ່ງບົດຮຽນຂອງບັນດາປະເທດອ້ອມຂ້າງ ແລະ ຮັບປະກັນກະກຽມຄວາມພ້ອມຂອງແຕ່ລະພາກສ່ວນ ເພື່ອໃຫ້ສາມາດຟື້ນຟູເສດຖະກິດໄດ້ໄວຂຶ້ນ.
5) ສືບຕໍ່ກະກຽມຄວາມພ້ອມ ກອງປະຊຸມສະຫຼຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.
6) ສືບຕໍ່ລົງຕິດຕາມ, ຊຸກຍູ້ ແລະ ແກ້ໄຂວຽກງານຕົວຈິງຢູ່ທ້ອງຖິ່ນ ໃຫ້ເປັນປົກກະຕິ, ຖ້າມີບັນ ຫາໃດຫຍຸ້ງຍາກກໍໃຫ້ຮີບຮ້ອນແກ້ໄຂໃຫ້ໄວ ໂດຍສະເພາະ ບັນຫາທີ່ຕິດພັນກັບການສົ່ງອອກສິນຄ້າ.
7) ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ; ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມື ໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມດຽວກັນນີ້ ສຸມໃສ່ຈັດຕັ້ງປະຕິບັດຜົນການພົບປະລະຫວ່າງ ຜູ້ນໍາພັກ-ລັດ ປະເທດເຮົາ ກັບປະເທດເພືື່ອນມິດຕ່າງໆ ລວມທັງສົນທິສັນຍາ ທີ່ປະເທດເຮົາເປັນພາຄີ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.