ປູຕິນ ເຕືອນນາໂຕ ບໍ່ຄວນຕັ້ງຖານຍິງຂີປະນາວຸດໃນອູແກຣນ

408

ສຳ​ນັກ​ຂ່າວ​ລາຍ​ງານ​ໃນ​ວັນ​ທີ 1 ທັນ​ວາ 2021 ວ່າ  ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຣັດ​ເຊຍ​ ອອກ​ມາ​ເຕືອນ​ວ່າ ​ອົງການ​ທີ່​ສົນ​ທິ​ສັນ​ຍາ​ແອັ​ສລັນ​ຕິກ​ເໜືອ (ນາ​ໂຕ) ຍັງ​ເດີນ​ໜ້າ​ເສີມ​ກຳ​ລັງ​ທະ​ຫານ​ຕາມ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ “ເປັນ​ໄພ​ຄຸກ​ຄາມ​ດ້ານ​ແກນ​ກາງ​ຜົນ​ປະ​ໂຫຍດ​ຂອງ​ຣັດ​ເຊຍ” ຣັດ​ເຊຍ​ມີ​ຄວາມ​ກັງ​ວົນ​ວ່າ ໃນ​ອະ​ນາ​ຄົດ ນາ​ໂຕ ອາດ​ຈະ​ອາ​ໄສ​ອູ​ແກ​ຣນ ເປັນ​ຖານ​ປ່ອຍ​ຂີ​ປະ​ນາ​ວຸດ ທີ່​ມີ​ພິ​ໄສ​ ໄກ​ເຖິງ​ນະ​ຄອນຫຼວງມົດ​ສະ​ກູ ພາຍ​ໃນ​ເວ​ລາ​ບໍ່​ພຽງ​ເທົ່າ​ໃດ​ນາ​ທີ.

ຄວາມ​ເຄື່​ອນ​ໄຫວ​ດັ່ງ​ກ່າວ ເປັນ​ການ​ກົດ​ດັນ​ໃຫ້​ຣັດ​ເຊຍ​ຕ້ອງ​ພັດ​ທະ​ນາ “ສິ່ງ​ທີ່​ທັດ​ທຽມ​ກັນ” ເພື່ອ​ໃຫ້​ສາ​ມາດ​ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ຢ່າງ​ທ່ວງ​ທັນ ເຊິ່ງ​ໃນ​ທີ່​ສຸດລັດ​ຖະ​ບານ​ຣັດ​ເຊຍ​ກໍ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ຂີ​ປະ​ນາ​ວຸດ​ໄຮ​ເປີ​ໂຊ​ນິກ “ເຊີ​ຄ​ອນ” ທີ່​ເຄື່ອນ​ທີ່​ດ້ວຍ​ຄວາມ​ໄວ​ເໜືອກວ່າ​ສຽງ 9 ເທົ່າ ມີ​ວິ​ໄສ​ທຳ​ການ 1.000 ກິ​ໂລ​ແມັດ ເຊິ່ງ​ຜ່ານ​ການ​ທົດ​ລອງ​ມາ​ແລ້ວຫຼາຍ​ຄັ້ງ ຈົນ​ພ້ອມ​ທີ່​ຈະ​ເຂົ້າ​ປະ​ຈຳ​ການ​ໃນ​ກອງ​ທັບ​ເຮືອ​ຂອງ​ຣັດ​ເຊຍ​ໃນ​ຕົ້ນ​ປີ​ໜ້າ, ຜູ້​ນຳ​ຣັດ​ເຊຍ ກ່າວ.

ການ​ເຄື່ອນ​ໄຫວ​ຂອງ​ນາ​ໂຕ​ໃນ​ຂະ​ນະ​ນີ້ ອາດ​ເຂົ້າ​ຂ່າຍ​ເປັນ​ການ​ລ້ຳ​ເສັ້ນ ແລະ ຣັດ​ເຊຍ “​ພ້ອມ​ຈະ​ຕອບ​ສະ​ໜອງ​ຢ່າງ​ທັນ​ທ່ວງ​ທີ”, ແນວ​ໃດ​ກໍ​ຕາມ ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ກ່າວ​ວ່າ: ສອງ​ຝ່າຍ​ຄວນ​ເຈ​ລະ​ຈາ ເພື່ອ​ຫາ​ຈຸດ​ຢືນ​ຮ່ວມ​ກັນ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ທຸກ​ຝ່າຍ.