ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 14 ພະຈິກຜ່ານມາວ່າ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ) ຍອມຮັບວ່າ ຖະແຫຼງການຂອງກອງປະຊຸມວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດຄັ້ງທີ 26 (COP 26) ເປັນຂໍ້ຕົກລົງກລາສໂກທີ່ມີຂຶ້ນໃນນາທີສຸດທ້າຍຂອງກອງປະຊຸມນັ້ນ ໄດ້ຊີ້ໃຫ້ເຫັນວ່າ ເປັນພຽງການປະນີປະນອມ ແລະ ສະທ້ອນໃຫ້ເຫັນເຖິງແຕກຕ່າງທີ່ຂັດແຍ່ງກັນໃນຜົນປະໂຫຍດ ແລະ ສະຖານະການທາງການເມືອງທີ່ເປັນຢູ່ໃນຂະນະນີ້.
ເລຂາທິການໃຫຍ່ ສປຊ ຊີ້ວ່າ ຂໍ້ຕົກລົງດັ່ງກ່າວ ເປັນບາດກ້າວສຳຄັນ ແຕ່ຍັງບໍ່ພຽງພໍ ໃນການຜັກດັນຫຼຸດບັນຫາໂລກຮ້ອນ ໂດຍໃຫ້ເຫດຜົນວ່າ “ໂລກທີ່ບອບບາງຂອງພວກເຮົາກຳລັງແຂວນຢູ່ເທິງເສັ້ນດ້າຍ” ແລະ ຢ້ຳວ່າ “ພວກເຮົາກຳລັງຢືນຢູ່ປະຕູສູ່ຄວາມຫາຍະນະທາງດ້ານການປ່ຽນແປງດິນຟ້າອາກາດ”.
ທ່ານ ບຣິສ ຈອນສັນຂອງອັງກິດ ໃນນາມປະທານກອງປະຊຸມຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງກລາສໂກ ເປັນບາດກ້າວສຳຄັນ ແຕ່ກໍຍອມຮັບວ່າ ຍັງມີພາລະກິດອີກຫຼາຍຢ່າງທີ່ຈະຕ້ອງຮ່ວມມືກັນໃນປີຕໍ່ໆໄປ, ພ້ອມຢ້ຳວ່າ ຂໍ້ຕົກລົງຄັ້ງນີ້ ເປັນບາດກ້າວສຳຄັນຍິ່ງທີ່ພວກເຮົາຈະກ້າວໄປຂ້າງໜ້າ ພວກເຮົາສາມາດຕົກລົງກັນໄດ້ລະດັບນານາຊາດເປັນຄັ້ງທຳອິດໃນການຫຼຸດການນຳໃຊ້ພະລັງງານຖ່ານຫີນລົງ ແລະ ມີແຜນປະຕິບັດການທີ່ຈະນຳໄປສູ່ການຈຳກັດອຸນຫະພູມຂອງໂລກບໍ່ໃຫ້ເພີ່ມຂຶ້ນເກີນ 1,5 ອົງສາ.