ສາເຫດ “ຕັບແຂງ” ທີ່ບໍ່ໄດ້ມາຈາກການດື່ມເຫຼົ້າ

818

ເຖິງວ່າແອວກໍຮໍຈະເປັນໜຶ່ງໃນເຫດຜົນຫຼັກທີ່ເຮັດໃຫ້ເປັນຕັບແຂງ ແຕ່ຍັງມີສາເຫດອື່ນທີ່ເຮັດໃຫ້ເປັນພະຍາດນີ້ໄດ້ອີກ ໂດຍອາການຕັບແຂງ ແລະ ສາເຫດມີດັ່ງນີ້

ພະຍາດຕັບແຂງຄືຫຍັງ?

1 ເປັນພະຍາດໄວຣັສຕັບອັກເສບຊ້ຳເຮື້ອ ເຊັ່ນ: ໄວຣັສຕັບອັກເສບບີ ແລະ ຊີ

2 ດື່ມເຄື່ອງດື່ມແອວກໍຮໍປະລິມານຫຼາຍ ແລະ ເປັນເວລາດົນ

3 ເປັນພະຍາດທາງພັນທຸກຳ ເຊັ່ນ: Wilson disease (ຄວາມຜິດປົກກະຕິຂອງຕັບທີ່ບໍ່ສາມາດຂັບທອງແດງອອກຈາກຮ່າງກາຍໄດ້ເຮັດໃຫ້ມີການສະສົມທອງແດງຫຼາຍເກີນໄປ), Hemochromatosis (ພາວະທາດເຫຼັກໃນຮ່າງກາຍເກີນເຊີ່ງອາດຈະເປັນຈາກພະຍາດທາງພັນທຸກຳເຮັດໃຫ້ບໍ່ສາມາດຂັບທາດເຫຼັກອອກຈາກຮ່າງກາຍໄດ້ ຫຼື ເປັນຈາກການໄດ້ຮັບທາດເຫຼັກເກີນໂດຍສະເພາະຄົນທີ່ມີພະຍາດເລືອດຈາງທາລັສຊີເມຍຮຸນແຮງຈົນຕ້ອງໄດ້ຮັບຜະລິດຕະພັນເລືອດຢູ່ຕະຫຼອດໆ), cystic fibrosis, alpha one antitrypsin deficiency, glycogen storage disease

4 ມີພາວະໄຂມັນໃນຕັບມັກພົບໃນຄົນຕຸ້ຍ ຫຼື ຄົນເຈັບທີ່ເປັນພະຍາດເບົາຫວານ

5 ເປັນພະຍາດແພ້ພູມຕົນເອງທີ່ເກີດກັບຕັບ ເຊັ່ນ: autoimmune hepatitis, primary biliary cholangitis, primary sclerosing cholangitis

6 ເປັນພະຍາດທໍ່ທາງເດີນນ້ຳບີຫົດຕົວຕັ້ງແຕ່ເກີດ (Biliary atresia)

7 ໄດ້ຮັບຢາບາງຊະນິດ ຫຼື ສະໝຸນໄພບາງຢ່າງທີ່ມີຜົນຕໍ່ຕັບ

8 ມີພາວະຫົວໃຈຂ້າງຂວາຫຼົ້ມເຫຼວຊ້ຳເຮື້ອ

9 ມີການອັດຕັນຂອງຫຼອດເລືອດດຳທາງອອກຂອງຕັບ

10 ບໍ່ຮູ້ສາເຫດ ເຊິ່ງພົບໄດ້ເຖິງ 1 ໃນ 4 ຂອງຄົນເຈັບ

ອາການຂອງພະຍາດຕັບແຂງ

ໂດຍສ່ວນຫຼາຍໃນຊ່ວງທຳອິດຂອງການເກີດພະຍາດເກືອບບໍ່ພົບອາການ ຫຼື ມີສະແດງອາການນ້ອຍຫຼາຍໂດຍອາການສະແດງກໍບໍ່ຈຳເພາະເຈາະຈົງ ເຊັ່ນ:

• ອ່ອນເພຍ

• ເພື່ອອາຫານ

• ນອນບໍ່ຫຼັບ

• ຄັນຕາມຕົວ

ຕໍ່ເມື່ອການເຮັດວຽກຂອງຕັບສຸດໂຊມລົງກໍຈະມາດ້ວຍພາວະແຊກຊ້ອນ ເຊັ່ນ:

• ຕາເຫຼືອງ

• ທ້ອງມານ

• ຕີນ ຫຼື ໂຕບວມ

• ອາຈຽນເປັນເລືອດ

• ນ້ຳໜັກຫຼຸດຈາກການມີມະເຮັງຕັບ

ວິທີປ້ອງກັນພະຍາດຕັບແຂງ

1 ຮັກສາພະຍາດທີ່ເປັນຢູ່ ທີ່ເປັນສາເຫດຂອງອາການຕັບແຂງ ເຊັ່ນ: ຮັກສາພະຍາດຕັບອັກເສບບີ ຫຼື ຊີ ທີ່ເປັນຢູ່ ກິນຢາກົດພູມຄຸ້ມກັນ ກິນຢາຂັບທາດເຫຼັກ ຫຼື ທອງແດງ ເປັນຕົ້ນ

2 ຫຼຸດການດື່ມແອວກໍຮໍ

3 ສັກວັກຊີນທີ່ຈຳເປັນ ໂດຍສະເພາະວັກຊີນສຳລັບປ້ອງກັນໄວຣັສຕັບອັກເສບເອ ແລະ ບີ

4 ກວດຄັດກອງມະເຮັງຕັບ

5 ລະວັງການໃຊ້ຢາທີ່ຜ່ານການທຳລາຍຢາຢູ່ຕັບ ເຊັ່ນ ພາລາເຊຕາໂມນ (ບໍ່ກິນຕິດຕໍ່ກັນເກີນ 5 ມື້)