ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ທະວີບເອີຣົບໄດ້ກາຍເປັນສູນກາງການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງ ຫຼັງພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ຮານ ຄລຸກ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳເອີຣົບ ກ່າວວ່າ: ທະວີບເອີຣົບອາດມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເຖິງ 500.000 ຄົນໃນເດືອນກຸມພາປີໜ້າ.
ຜູ້ຕາງໜ້າ WHO ລະບຸວ່າ: ການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນເອີຣົບ ເປັນຜົນພວງມາຈາກການສັກວັກຊີນຍັງບໍ່ທົ່ວເຖິງ ບວກກັບລັດຖະບານໃນຫຼາຍປະເທດເລີ່ມຜ່ອນຜັນມາດຕະການຄວບຄຸມດ້ານສາທາລະນະສຸກ ແລະ ສັງຄົມ ເຮັດໃຫ້ອັດຕາການຕິດເຊື້ອໃນປະເທດທີ່ມີອັດຕາການສັກວັກຊີນຕ່ຳເພີ່ມສູງຂຶ້ນ ໂດຍສະເລ່ຍອັດຕາການຕິດເຊື້ອໃນອາທິດຜ່ານມາປະມານ 250.000 ຄົນຕໍ່ວັນ ແລະ ເສຍຊີວິດ 3.600 ຄົນຕໍ່ວັນ.
ປະເທດທີ່ມີອັດຕາການເສຍຊີວິດຫຼາຍທີ່ສຸດໃນອາທິດຜ່ານມາຄື ຣັດເຊຍ 8.162 ຄົນ, ຮອງລົງມາແມ່ນ ອູແກຣນ 3.819 ຄົນ. ແນວໃດກໍຕາມ ປະເທດທີ່ມີອັດຕາການສັກວັກຊີນສູງ, ມີຜູ້ຕິດເຊື້ອເພີ່ມຂຶ້ນໜ້ອຍກວ່າປະເທດທີ່ມີອັດຕາການສັກວັກຊີນຕ່ຳ.