ໃນໄລຍະກ່ອນ ປີ 2021, ພື້ນຖານເສດຖະກິດຂອງແຂວງ ຮ່າຕິ້ງ ເວົ້າລວມ ແລະ ບັນດາຂະແໜງອຸດສາຫະ ກຳເວົ້າສະເພາະ ແມ່ນກຳລັງມີຖ່ວງທ່າພັດທະນາດີ; ໂຄງປະກອບເສດຖະກິດສືບຕໍ່ມີການຫັນປ່ຽນຕາມທິດທາງທີ່ຕັ້ງໜ້າ. ເຖິງແມ່ນວ່າທ່າອ່ຽງໃນການຂົນສົ່ງສິນຄ້າດ້ວຍຕູ້ຄອນເທນເນີ (container) ຜ່ານບັນດາທ່າເຮືອໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍແຂວງ, ນະຄອນ, ແຕ່ໃນເວລານັ້ນ ຢູ່ໃນບໍລິເວນຂອງແຂວງແມ່ນຍັງບໍ່ທັນມີທ່າເຮືອຂົນສົ່ງສິນຄ້າດ້ວຍຕູ້ຄອນເທນເນີເທື່ອ.
ຄວາມຕ້ອງການໃນການຂົນສົ່ງສິນຄ້າດ້ວຍຕູ້ຄອນເທນເນີຂອງວິສາຫະກິດທ້ອງຖິ່ນ ເຖິງວ່າ ຍັງບໍ່ທັນມີຫຼາຍປານໃດ ແຕ່ກໍເລີ່ມມີຢູ່ແລ້ວ. ສະນັ້ນ, ບັນດາປະເພດສິນຄ້າຕູ້ຄອນເທນເນີ ຂອງວິສາ ຫະກິດ ແຂວງຮ່າຕິ້ງ ແລະ ບັນດາແຂວງໃກ້ຄຽງມັກຈະນໍາເຂົ້າ ແລະ ສົ່ງອອກ ໂດຍອາໄສບັນດາທ່າ ເຮືອ ຮາຍຟ່ອງ (Hai Phong), ສິນຄ້າພາຍໃນໄດ້ຂົນສົ່ງໂດຍຜ່ານທ່າເຮືອເກື໋ອລໍ່ (Cua Lo), ແຂວງເຫງະອານ (Nghe An).
ບັນດາ “ເງື່ອນໄຂທີ່ຈໍາເປັນ” ເພື່ອພັດທະນາລະບົບນິເວດ Logistics
ທີໜຶ່ງ, ແມ່ນປະຕູນຳເຂົ້າ ແລະ ສົ່ງອອກຢູ່ທາງທິດເໜືອຂອງພາກກາງ, ສ່ວນໜຶ່ງຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງໄທ.
ຮ່າຕິ້ງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີເງື່ອນໄຂສະດວກໃນການເຄື່ອນໄຫວຂົນສົ່ງສາກົນ ທັງທາງ ທະເລ ແລະ ທາງບົກ; ເປັນປະຕູນຳເຂົ້າ ແລະ ສົ່ງອອກທາງທິດເໜືອຂອງພາກກາງ ແລະ ພາກເໜືອ ກັບຕະຫຼາດຂອງລາວ ແລະ ທິດຕາເວັນອອກສ່ຽງເໜືອຂອງໄທ ໂດຍຜ່ານດ່ານຊາຍແດນສາກົນກໍແຈວ (Cau Treo) ແລະ ຈາລໍ (Chalo), ຜ່ານທາງຫຼວງແຫ່ງຊາດເລກ 8 A ແລະ ທາງຫຼວງແຫ່ງຊາດ ເລກ 1. ພ້ອມກັນນັ້ນ, ຮ່າຕິ້ງ ກໍແມ່ນຈຸດເຕົ້າໂຮມ – ເປັນຊ່ອງປະຕູທີ່ສັ້ນທີ່ສຸດອອກສູ່ທະເລຕາເວັນອອກ, ຊ່ວຍເຊື່ອມໂຍງສິນຄ້າຜ່ານແດນຂອງຕະຫຼາດ 2 ແຫ່ງນີ້ກັບກຸ່ມທ່າເຮືອ ໂຮ່ຈີມິນ ກາຍແມັບ (Cai Mep), ແລກຮວ່ຽນ (Lach Huyen) ເພື່ອແລກປ່ຽນຄ້າຂາຍກັບປະເທດຕ່າງໆໃນໂລກ.
ທີສອງ, ກຸ່ມທ່າເຮືອ ຫວຸ້ງແອັງ ໄດ້ວາງແຜນກຳນົດເປັນທ່າເຮືອປະເພດ I ໃນລະບົບທ່າເຮືອ
ຂອງຫວຽດນາມ ຮອດ ປີ 2020, ກຳນົດທິດຮອດ ປີ 2030, ທີ່ມີຈຸດໝາຍ “ທອງ” ບົນແລວທາງ ຂອງບັນດາເສັ້ນທາງເດີນທະເລສາກົນ.
ກຸ່ມທ່າເຮືອ ຫວຸ້ງແອັງ ມີຊ່ອງທາງເດີນເຮືອສັ້ນ (ຫ່າງຈາກຫຼັກທຸ່ນເລກ 0 ປະມານ 1,7 ໄມທະເລ) ແລະ ມີ ຄວາມເລິກທໍາມະຊາດຂະຫນາດໃຫຍ່, ແຕ່ 11 – 22 ແມັດ. ດ້ວຍຄວາມເລິກອັນຍອດຢ້ຽມນີ້, ກຸ່ມທ່າເຮືອ ຫວຸ້ງແອັງ – ເຊີນເຢືອງ ສາມາດຮັບກຳປັ່ນທີ່ມີນ້ຳໜັກແຕ່ 50.000 – 300.000 DWT (ໂຕນ) ແລະ ກຳປັ່ນບັນທຸກຄອນເທນເນີ ທີ່ມີນ້ຳໜັກເຖິງ 4.000 TEU (ໂຕນ). ຕາມຂໍ້ຕົກລົງສະບັບເລກທີ 1579/QĐ-TTg ລົງວັນທີ 22 ກັນຍາ 2021 ຂອງນາຍົກລັດຖະມົນຕີ ໄດ້ຮັບຮອງເອົາແຜນແມ່ບົດພັດທະນາລະບົບທ່າເຮືອຫວຽດນາມ ໄລຍະ 2021-2030, ວິໄສທັດຮອດ ປີ 2050 ຕາມນັ້ນແລ້ວ, ກຸ່ມທ່າເຮືອ ຫວຸ້ງແອັງ, ເຊີນເຢືອງ ທີ່ຂຶ້ນກັບເຂດເສດຖະກິດຫວຸ້ງແອັງ ແມ່ນສູນກາງຂອງພາກພື້ນ – ທ່າເຮືອປະເພດ I, ທ່າເຮືອທົ່ວໄປ ແລະ ທ່າເຮືອສັງລວມແຫ່ງຊາດທີ່ນອນຢູ່ໃນລະບົບທ່າເຮືອຂອງຫວຽດນາມ.
ທີສາມ, ພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງພາກພື້ນ, ຍານພາຫະນະຫຼາຍປະເພດ.
ຕົວເມືອງຮ່າຕິ້ງ ຕັ້ງຫ່າງຈາກສະໜາມບິນ ວິງ 50 ກິໂລແມັດ ເຊິ່ງລົດແລ່ນບໍ່ຮອດ 1 ຊົ່ວໂມງ ກໍຈະເຖິງ ແລະ ຕັ້ງຫ່າງຈາກສະໜາມບິນ ດົ່ງເຮີ໊ຍ 141 ກິໂລແມັດ ເຊິ່ງລົດແລ່ນປະມານ 2 ຊົ່ວໂມງກໍຈະເຖິງ. ເສັ້ນທາງລົດໄຟເໜືອ-ໃຕ້ ແລ່ນຜ່ານບໍລິເວນແຂວງ ຮ່າຕິ້ງ ມີຄວາມຍາວປະມານ 71 ກິໂລແມັດ, ລວມມີ 8 ສະຖານີ; ທາງຫຼວງແຫ່ງຊາດເລກ 1, ເສັ້ນທາງ ໂຮ່ຈີມິນ ແມ່ນເສັ້ນທາງລຽບຕາມທິດເໜືອ-ໃຕ້ຂອງແຂວງ. ໃນຊຸມປີມໍ່ໆມານີ້, ແຂວງຮ່າຕິ້ງ ໄດ້ສຸມໃສ່ການລົງທຶນເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມທາງບົກຢ່າງຕໍ່ເນື່ອງ ແລະ ລຸລ່ວງພໍສົມຄວນ.
ຄຽງຄູ່ກັນນັ້ນ, ເສັ້ນທາງດ່ວນ ບ່າຍວອດ – ຫວຸ້ງແອັງ, ທາງລົດໄຟທີ່ເຊື່ອມຕໍ່ວຽງຈັນ – ຫວຸ້ງແອັງ ເຊິ່ງລັດຖະບານ 2 ປະເທດ ຫວຽດນາມ – ລາວ ກໍາລັງໄດ້ຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ. ນີ້ແມ່ນເສັ້ນທາງສັນຈອນສຳຄັນ “ສາຍໂລຫິດ” ເຊິ່ງຊ່ວຍພັດທະນາປະລິມານສິນຄ້າຜ່ານແດນທີ່ຂົນສົ່ງມາຈາກລາວ. ນອກຈາກນັ້ນ, ເພື່ອຮັບເອົາສິນຄ້າຈາກທ່າເຮືອ ຫວຸ້ງແອັງ ແລະ ເກື໋ອລໍ່ ໄປຍັງ ລາວ ແລະ ໄທ, ແຂວງ ຮ່າຕິ້ງ ພວມຊຸກຍູ້ສົ່ງເສີມການລົງທຶນກໍ່ສ້າງ ທ່າບົກ ICD ແຫ່ງໜຶ່ງ ຢູ່ເຂດດ່ານຊາຍແດນສາກົນ ກໍແຈວ. ຈາກນັ້ນແລ້ວ, ໃນໄລຍະ 2021 – 2025, ຈະສ້າງ ທ່າບົກໃນເນື້ອທີ່ປະມານ 5 – 10 ເຮັກຕາ, ມີກຳລັງການຜະລິດ 13.500 – 27.000 TEU (ໂຕນ)/ປີ.
ທີສີ່, ວາງແຜນກຳນົດເຂດເສດຖະກິດ (KKT) ຫວຸ້ງແອັງ ໃຫ້ກາຍເປັນເຂດເສດຖະກິດຫຼາຍ
ສູນຂົນສົ່ງສິນຄ້າຢູ່ໃນເຂດເສດຖະກິດ (KKT) ຫວຸ້ງແອັງ ໄດ້ວາງແຜນເປັນສູນຂົນສົ່ງສິນຄ້າປະ ເພດ I, ເຊິ່ງຮັບໃຊ້ບັນດາການບໍລິການຂົນສົ່ງພາຍໃນແຂວງ, ພາກພື້ນ ແລະ ສາກົນ. ນີ້ຍັງແມ່ນຈຸດເຕົ້າໂຮມສິນຄ້າຈາກບັນ ດາເຂດເສດຖະກິດ, ເຂດ ແລະ ກຸ່ມອຸດສາຫະກຳທີ່ຂຶ້ນກັບແຂວງ ຮ່າຕິ້ງ ແລະ ບໍລິເວນທາງທິດເໜືອຂອງແຂວງກວາງບິ່ງ ເພື່ອຂົນສົ່ງໄປຍັງທ່າເຮືອ ຮາຍຟ່ອງ ດ້ວຍທາງທະເລ; ຂົນສົ່ງທາງທະເລຢ່າງໂດຍກົງໄປຍັງບັນດາທ່າເຮືອສົ່ງຕໍ່ຂະໜາດໃຫຍ່ໃນພາກພື້ນ ຄື: ຮົງກົງ (ຈີນ), ສິງກະໂປ; ຂົນສົ່ງທາງບົກ (ເສັ້ນທາງຫຼວງເລກ 8 ແລະ ເສັ້ນ ທາງຫຼວງເລກ 12C) ໄປຍັງ ລາວ ແລະ ບັນດາແຂວງພາກຕາເວັນອອກສ່ຽງເຫນືອຂອງປະເທດໄທ.
ເພື່ອເປັນການກະຕຸ້ນຄວາມຕ້ອງການຂອງຕະຫຼາດ, ວັນທີ 28 ເມສາ 2021, ສະພາປະຊາ ຊົນແຂວງໄດ້ອອກມະຕິອະນຸຍາດໃຫ້ປະຕິບັດນະໂຍບາຍຊ່ວຍໜູນສົ່ງເສີມບໍລິສັດກຳປັ່ນຂົນຖ່າຍສິນຄ້າຢູ່ໃນທ່າເຮືອ ແລະ ດຶງດູດວິສາ ຫະກິດ.
ທີຫ້າ, ຮ່າຕິ້ງ ກາຍເປັນ “ຈຸດໝາຍຂອງການລົງທຶນ” ທີ່ມີທ່າແຮງ.
ຫວ່າງມໍ່ໆມານີ້, ຮ່າຕິ້ງ ສືບຕໍ່ແມ່ນບັນດາແຂວງແຖວໜ້າໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນ ແລະ ອັດຕາສ່ວນວິສາຫະກິດທີ່ໄດ້ສ້າງຕັ້ງໃໝ່. ມີຫຼາຍໂຄງການຂະໜາດໃຫຍ່ໄດ້ຮັບການຜັນຂະຫຍາຍຄື: ບໍລິສັດໄຮວິນາ ຮົ່ງລິ້ງ ຈຳກັດ, ໂຮງງານຜະລິດເຄື່ອງຫຸ້ມຫໍ່ຊົງລາແຊັງ (Song La Xanh), ໂຮງງານຕັດຫຍິບເສື້ອຜ້າສົ່ງອອກ ອາບແຟຣິເຕັກ (Appareltech), ໄລຍະທີ 1 ໂຮງງານປຸງແຕ່ງຜະລິດຕະພັນປ່າໄມ້ອານຫວຽດຟ໊າດ (An Viet Phat)… ເຊິ່ງໄດ້ສ້າງໃຫ້ມີຄວາມຕ້ອງການ logistics ທີ່ໃຫຍ່ກວ່າໃຫ້ແກ່ທ້ອງຖິ່ນ. ຮ່າຕິ້ງ ໄດ້, ກຳລັງ ແລະ ຈະສຸມໃສ່ລະດົມແຫຼ່ງກຳລັງລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງທ່າເຮືອຄື: ທ່າເຮືອ ລາວ – ຫວຽດນາມ, ຮ່ວາງເຊີນ, ກຸ່ມບໍລິສັດວິນກຣຸບ (Vingroup)… ພື້ນຖານໂຄງລ່າງຄົມມະນາຄົມ, ຄັງເກັບມ້ຽນສິນຄ້າ… ມີຫຼາຍກຸ່ມບໍລິສັດທີ່ໄດ້ສະເໜີການສຶກສາ, ສຳຫຼວດກໍ່ສ້າງກຸ່ມທ່າເຮືອໜຶ່ງ, ສູນການຂົນສົ່ງຂະໜາດໃຫຍ່, ເຊື່ອມຕໍ່ລະຫວ່າງທ່າເຮືອ ຫວຸ້ງແອັງ ກັບບັນດາທ່າເຮືອສາກົນ.
ເດືອນ ມັງກອນ ປີ 2021, ແຂວງ ຮ່າຕິ້ງ ແລະ ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການລົງທຶນ, ຂຸດຄົ້ນ ແລະ ພັດທະນາທ່າເຮືອ ແລະ ສູນຂົນສົ່ງ ຫວຸ້ງແອັງ – ເຊີນດົ່ງ.
ແລະ “ເງື່ອນໄຂທີ່ພຽງພໍ…”
ຄຽງຄູ່ກັບບັນດາ “ເງື່ອນໄຂຈຳເປັນ” ທີ່ໄດ້ກ່າວມາຂ້າງເທິງນີ້, “ເງື່ອນໄຂທີ່ພຽງພໍ” ທີ່ແຂວງ ຮ່າຕິ້ງ ຕ້ອງເຮັດໃຫ້ສົມບູນແບບແມ່ນຫຍັງ? ນັ້ນແມ່ນຍຸດທະສາດພັດທະນາໃນໄລຍະຍາວ, ກໍແມ່ນສິ່ງທີ່ ບໍລິສັດໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG) – ວິສາຫະກິດນຳໜ້າໃນຂົງເຂດຂຸດຄົ້ນທ່າເຮືອ ແລະ ຂົນສົ່ງສິນຄ້າຢູ່ຫວຽດນາມ ທີ່ພວມກໍ່ສ້າງເພື່ອພັດທະນາສູນຂົນສົ່ງສິນຄ້າຢູ່ ຫວຸ້ງແອັງ, ແຂວງຮ່າຕິ້ງ.
ບົນພື້ນຖານການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ກັບບໍລິສັດ ໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG), ວັນທີ 10 ເມສາ 2021, ກຳປັ່ນບັນທຸກສິນຄ້າລຳທຳອິດໄດ້ເຂົ້າຈອດຢູ່ທ່າເຮືອສາກົນລາວ-ຫວຽດນາມ (ທ່າເຮືອຫວຸ້ງແອັງ) ໂດຍບໍລິສັດ ຫຸ້ນສ່ວນ ຂົນສົ່ງທ່າເຮືອສາກົນ ລາວ-ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລ ເຕິນກ໋າງ (Tan Cang Shipping) – ສະມາຊິກຂອງລະບົບບໍລິສັດໃຫຍ່ ເຕິນກ໋າງໄຊງ່ອນ (TCT TCSG), ໄດ້ຮ່ວມມືປະຕິບັດ. ນີ້ແມ່ນລະບົບການບໍລິການຂົນສົ່ງທາງທະເລທີ່ເຊື່ອມຕໍ່ລະຫວ່າງ ຮາຍຟ່ອງ – ຫວຸ້ງແອັງ – ນະຄອນ ໂຮ່ຈິມິນ ແລະ ກົງກັນຂ້າມ. ນັບແຕ່ນັ້ນມາ, ໄດ້ຮັບການເຄື່ອນໄຫວຢ່າງໝັ້ນທ່ຽງ 2-4 ເທື່ອຕໍ່ເດືອນ, ຮັບປະກັນຄວາມຕ້ອງການຄົມມະນາຄົມຂົນສົ່ງໃຫ້ແກ່ບັນດາວິສາຫະກິດພາຍໃນແຂວງຄື: ສິນຄ້ານຳເຂົ້າ-ສົ່ງອອກຈາກທ່າເຮືອ ຮາຍຟ່ອງ ໄປຍັງໂຮງງານ Formosa, ຂົນສົ່ງສິນຄ້າພາຍໃນຈາກ ຮ່າຕິ້ງ ໄປຍັງບັນດາແຂວງພາກໃຕ້ຂອງ ແທັງແທັ່ງດາດ, ສິນຄ້າກາລີ (ຈາກລາວ)…ເປັນຂີດໝາຍເບື້ອງຕົ້ນແຫ່ງຜົນສຳເລັດໃນຍຸດທະສາດສ້າງສັນວິທີການແກ້ໄຂການເຊື່ອມຕໍ່ logistics ຢູ່ຕະຫຼາດ ຮ່າຕິ້ງ ຂອງບໍລິສັດໃຫຍ່ເຕິນກ໋າງ ໄຊງ່ອນ (TCT TCSG), ແລະ ຄ່ອຍໆ ກ້າວໄປສູ່ການສົ່ງອອກການບໍລິການຂົນສົ່ງສິນຄ້າໄປຍັງຕະຫຼາດຕ່າງປະເທດ ເພາະເມື່ອເສັ້ນທາງຂົນ ສົ່ງຕູ້ຄອນເທນເນີນີ້ ໄດ້ຮັບການຈັດຕັ້ງປະຕິບັດ ຈະສ້າງຄວາມດູດດື່ມໃນການດຶງດູດການລົງທຶນເຂົ້າ ມາເຂດເສດຖະກິດຫວຸ້ງແອັງ ເຊິ່ງຈະດຶງດູດບັນດາລູກຄ້າທີ່ມີທ່າແຮງຈາກບັນດາໂຮງງານ, ລູກຄ້ານຳເຂົ້າ-ສົ່ງອອກ, ບັນດາບໍລິສັດສະໜອງການບໍລິການຂົນສົ່ງສິນຄ້າຢູ່ບັນດາທ້ອງຖິ່ນບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມື ແລະ ລູກຄ້າຂອງລາວ ແລະ ໄທ.
ໃນໄລຍະທີ່ຈະເຖິງນີ້, ວັນທີ 28/10/2021, ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG), ຈະຈັດກອງປະຊຸມສຳມະນາທາງອອນລາຍ ພາຍໃຕ້ຫົວຂໍ້ທີ່ວ່າ: “ປຸກຕື່ນທ່າແຮງບົ່ມຊ້ອນຂອງແຂວງ ຮ່າຕິ້ງ – ເຊື່ອມຕໍ່ລະຫວ່າງພາກພື້ນ, ພັດທະນາຕະຫຼາດ ຫວຽດນາມ – ລາວ” ເພື່ອແນະນຳກ່ຽວກັບ ລະບົບການບໍລິການຂົນສົ່ງສິນຄ້າທາງ ທະເລທີ່ເຊື່ອມຕໍ່ກັບຫວຸ້ງແອັງ ແລະ ບັນດາວິທີການແກ້ໄຂ ການຂົນສົ່ງສິນຄ້າໃຫມ່ສຳລັບລູກຄ້າຕ່າງໆ. ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ, ບັນດາອົງການ, ຂະແໜງ ການທີ່ກ່ຽວຂ້ອງ, ບໍລິສັດເຮືອຂົນສົ່ງສາກົນ, ບໍລິສັດໃຫຍ່ເຕິນກ໋າງໄຊງ່ອນ (TCT TCSG) ແລະ ບັນດາຄູ່ຮ່ວມມືລູກຄ້າ. ຢູ່ທີ່ນີ້, ບັນດາຝ່າຍຕ່າງໆຈະໄດ້ປຶກສາຫາລື ແລະ ຊອກຮູ້ກ່ຽວກັບ “ເງື່ອນໄຂທີ່ພຽງພໍ” ຕ່າງໆ ເພື່ອທີ່ຈະ ຮ່ວມກັນພັດທະນາລະບົບນິເວດ Logistics ຢູ່ທີ່ ຫວຸ້ງແອັງ, ແຂວງ ຮ່າຕິ້ງດ້ວຍ.
ໂດຍ: ຟ້າມວູລີ