ຖະມົນຕີກະຊວງການເງິນສະຫະລັດອາເມຣິກາ ເຊື່ອວ່າອັດຕາເງິນເຟີ້ໃນສະຫະລັດຈະກັບສູສະພາວະປົກະຕິໃນປີໜ້າ

440

ສຳ​ນັກ​ຂ່າວ​ CNN ລາຍ​ງານ​ໃນ​ວັນ​ທີ 25 ຕຸ​ລາ 2021 ວ່າ ທ່ານ ນາງ ເຈ​ເນັດ ເຢ​ລ​ເລັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເຊື່ອ​ວ່າ ອັດ​ຕາ​ເງິນ​ເຟີ້​ໃນ​ສະ​ຫະ​ລັດ​ຈະ​ກັບ​ສູ​ສະ​ພາ​ວະ​ປົກະ​ຕິ​ໃນ​ໄຕ​ມາດ 3 ຂອງ​ປີ 2022, ຫຼັງ​ຈາກ​ທີ່​ອັດ​ຕາ​ເງິນ​ເຟີ້​ໃນ​ສະ​ຫະ​ລັດ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 30 ປີ, ຂະ​ນະ​ທີ່ຫຼາຍ​ຝ່າຍ​ກັງ​ວົນ​ວ່າ ບັນ​ຫາ​ດັ່ງ​ກ່າວ​ຈະ​ຮຸນ​ແຮງກວ່າ​ທີ່​ລັດ​ຖະ​ບານ​ຄາດ​ການ​ໄວ້.

ລັດ​ຖະ​ມົນ​ຕີ​ການ​ເງິນ ສະ​ຫະ​ລັດ​ກ່າວ​ອີກວ່າ: ໂຄງ​ການ​ລົງ​ທຶນ​ໃສ່​ໂຄ​ງ​ສ້າງ​ພື້ນ​ຖານ ແລະ ໂຄງ​ການ “Build Back Better” ຈະ​ມີ​ການ​ຈັດ​ສັນ​ໃນ​ອີກ 10 ປີຂ້າງ​ໜ້າ ແລະ ຄິດ​ວ່າ ການ​ໃຊ້​ຈ່າຍ​ໃນ​ໂຄງ​ການ​ເຫຼົ່າ​ນີ້ ຈະ​ບໍ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເງິນ​ເຟີ້​ຮຸນ​ແຮງ​ຂຶ້ນ. ພ້ອມ​ທັງ​ຄາດ​ວ່າ ອັດ​ຕາ​ເງິນ​ເຟີ້​ຈະ​ຍັງ​ຢູ່​ໃນ​ລະ​ດັບ​ສູງ​ຈົນ​ເຖິງ​ຊ່ວງ​ໄຕ​ມາດ 3 ຂອງ​ປີ​ໜ້າ ຈຶ່ງ​ຈະ​ກັບ​ສູ່​ປົກກະ​ຕິ.

ທັງ​ນີ້ ກະ​ຊວງ​ແຮງ​ງານຂອງ​ສະ​ຫະ​ລັດ​ເປີດ​ເຜີຍ​ວ່າ: ດັດ​ສະ​ນີ​ລາ​ຄາ​ຜູ້​ບໍ​ລິ​ໂພກ (CPI) ເຊິ່ງ​ເປັນ​ຕົວ​ຊີ້​ວັດ​ເງິນ​ເຟີ້​ຈາກ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ​ເພີ່ມ​ຂຶ້ນ 0,4% ໃນ​ເດືອນ​ກັນ​ຍາ ເມື່ອ​ທຽບ​ເດືອນ​​ສິງ​ຫາ ເຊິ່ງ​ສູງກວ່າ​ນັກ​ວິ​ເຄາະ​ຄາດ​ການ​ໄວ້​ຈະ​ຢູ່​ທີ່ 0,3% ແຕ່​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ເພີ່ມ​ຂຶ້ນ 5,4% ສູງກວ່າ​ນັກ​ວິ​ເຄາະ​ຄາດ​ການ​ໄວ້​ທີ່​ຄາດ​ວ່າ​ຈະ​ຢູ່​ທີ່ 5,3%.