ສຳນັກຂ່າວຕ່າງປະເທດລາຍງານວ່າ ຣັດເຊຍຕັດສິນໃຈບໍ່ເພີ່ມປະລິມານການສົ່ງແກັສທຳມະຊາດໄປຍັງເອີຣົບ ເຊິ່ງເປັນການສະກັດຄວາມຫວັງວ່າຣັດເຊຍອາດຜ່ອນຄາຍພາວະເຄັ່ງຕຶງຂອງລາຄາແກັສ ເຖິງແມ່ນວ່າ ປະທານາທິບໍດີ ວະລາດີເມຍ ປູຕີນ ປະກາດເມື່ອບໍ່ດົນມານີ້ ວ່າ ຈະຫາທາງແກ້ໄຂບັນຫາດັ່ງກ່າວນີ້.
ທັງນີ້ ການປະມູນເມື່ອວັນທີ 18 ຕຸລາຜ່ານມາ ບໍລິສັດແກັສໂປຣມ (Gazprom) ເຊິ່ງເປັນບໍລິສັດດ້ານພະລັງງານຂອງລັດຖະບານຣັດເຊຍບໍ່ໄດ້ເພີ່ມປະລິມານໃນການສົ່ງແກັສໃນເດືອນພະຈິກ 2021 ທັງໃນເສັ້ນທາງຜ່ານທໍ່ສົ່ງແກັສຜ່ານປະເທດອູແກຣນ ແລະ ເສັ້ນທາງທໍ່ສົ່ງແກັສໄປຍັງເອີຣົບຕາເວັນອອກຜ່ານປະເທດໂປໂລຍ.
ນັກວິເຄາະລະບຸວ່າ: ຜົນການປະມູນຊີ້ໃຫ້ເຫັນວ່າ ຣັດເຊຍຍັງບໍ່ຮີບຮ້ອນເພີ່ມປະລິມານການສົ່ງແກັສໄປຍັງເອີຣົບ ແລະ ເປັນການບົ່ງບອກວ່າ ຣັດເຊຍກຳລັງຫາຊ່ອງທາງເພື່ອໃຫ້ການສົ່ງແກັສຜ່ານທໍ່ສົ່ງນອດ ສະຕຣີມ 2 ເຊິ່ງເປັນທໍ່ສົ່ງແກັສທຳມະຊາດຂອງຣັດເຊຍ ໄປຍັງເຢຍລະມັນຜ່ານທະເລມອລຕິກນັ້ນເປັນໄປຢ່າງສະດວກ.
ກ່ອນໜ້ານີ້ ປະທານາທິບໍດີ ປູຕິນ ຂອງຣັດເຊຍ ອອກມາປະກາດວ່າ ຈະຫາຊ່ອງທາງ ເພື່ອສົ່ງແກັສໄປຍັງເອີຣົບ ເຊິ່ງກຳລັງປະເຊີນກັບການຂາດແຄນແກັສ ເນື່ອງຈາກຄວາມຕ້ອງການເພີ່ມຂຶ້ນສູງ, ໃນຂະນະທີ່ການສະໜອງມີຂໍ້ຈຳກັດ ໄດ້ກາຍເປັນແຮງຍູ້ໃຫ້ລາຄາແກັສໃນເອີຣົບສູງຂຶ້ນ.