ສຳນັກຂ່າວ CNBC ລາຍງານໃນວັນທີ 15 ຕຸລາ 2021 ໂດຍອ້າງການເປີດເຜີຍຂອງປະທານບໍລິສັດໄຮເຊັນ ເຊິ່ງເປັນຜູ້ຜະລິດໂທລະສັບ ແລະ ເຄື່ອງໃຊ້ໄຟຟ້າລາຍໃຫຍ່ຂອງຈີນ ວ່າ ບັນຫາການຂາດແຄນເຊມີຄອນດັກເຕີ (ຊິບ) ອາດແກ່ຍາວໄປອີກ 2-3 ປີ ເຊິ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ອຸດສາຫະກຳການຜະລິດ ເປັນຕົ້ນແມ່ນ ບໍລິສັດຜູ້ຜະລິດສິນຄ້າເອເລັກໂຕຣນິກ, ຜູ້ຜະລິດລົດ, ເກມ ເຊັ່ນດຽວກັບຜູຜະລິດລົດໄຟຟ້າໃນຈີນທີ່ກຳລັງປະເຊີນໃນຂະນະນີ້.
ປະທານບໍລິສັດໄຮເຊັນ ຍອມຮັບວ່າ ບໍລິສັດໄຮເຊັນກຳລັງປະເຊີນກັບຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ ແຕ່ບໍລິສັດຍັງສາມາດດຳເນີນກິດຈະການຕໍ່ໄປໄດ້ ໂດຍຊິບ ທີ່ບໍລິສັດໄຮເຊັນນຳໃຊ້ ເປັນ ຊິບທີ່ບໍ່ມີຄວາມຊັບຊ້ອນ ເຊິ່ງສ່ວນໃຫຍ່ເປັນການນຳເຂົ້າ.
ລາຍງານລະບຸວ່າ: ມີຫຼາຍປັດໄຈທີ່ນຳໄປສູ່ການຂາດແຄນຊິບ, ໜຶ່ງໃນປັດໄຈຫຼັກ ເປັນເພາະຄວາມຕ້ອງການອຸປະກອນເອເລັກໂຕຣນິກທົ່ວໂລກເພີ່ມຂຶ້ນ ບວກກັບຄວາມກັງວົນຂອງສົງຄາມການຄ້າ ລະຫວ່າງສະຫະລັດກັບຈີນ ສົ່ງຜົນໃຫ້ບໍລິສັດຕ່າງໆທົ່ວໂລກຕ່າງກໍພາກັນຊື້ຊິບມາກັກຕຸນໄວ້.