ສຳນັກຂ່າວເອພີລາຍງານເມື່ອວັນທີ 6 ຕຸລາ 2021 ວ່າ ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ: ການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ຍັງບໍ່ຜ່ານພົ້ນຂີດອັນຕະລາຍເທື່ອ ເຖິງແມ່ນວ່າ ຫຼາຍຄົນຄິດວ່າ ມັນໃກ້ຈະຈົບລົງແລ້ວກໍຕາມ ແຕ່ໃນຄວາມເປັນຈິງແລ້ວ ພວກເຮົາອາດຈະຫາກໍ່ເຖິງໄລຍະກາງຂອງການແຜ່ລະບາດເທົ່ານັ້ນ.
ທ່ານ ນາງ ມາເຣຍ ແວນ ເຄີຣ໌ໂຄຟ ຫົວໜ້າຝ່າຍເຕັກນິກຂອງອົງການອະນາໄມໂລກ ກ່າວວ່າ: ເມື່ອອາທິດຜ່ານມາ ທົ່ວໂລກມີຜູ້ຕິດເຊື້ອໃໝ່ 3,1 ລ້ານກວ່າຄົນ ແລະ ມີຜູ້ເສຍຊີວິດ 54 ພັນກວ່າຄົນ ແຕ່ຕົວເລກທີ່ແທ້ຈິງນັ້ນ ໜ້າຈະສູງກວ່ານີ້. ພ້ອມທັງລະບຸວ່າ ສະຖານະການໃນຂະນະນີ້ ພ້ອມຈະປ່ຽນແປງຢູ່ຕະຫຼອດເວລາ ເພາະວ່າ ພວກເຮົາບໍ່ສາມາດຄວບຄຸມການລະບາດໃຫ້ພົ້ນຂີດອັນຕະລາຍໄດ້ ແຕ່ໜ້າຈະຍັງຢູ່ໃນລະຫວ່າງໄລຍະກາງຂອງການລະບາດ ເຊິ່ງພວກເຮົາກໍຍັງບໍ່ແນ່ໃຈເຊັ່ນກັນ ເພາະພວກເຮົາຍັງບໍ່ໄດ້ໃຊ້ເຄື່ອງມືທີ່ມີ ທີ່ຈະເຮັດໃຫ້ການແຜ່ລະບາດໃກ້ເຖິງຈຸດຈົບເທົ່າທີ່ຄວນ.
ຫົວໜ້າຝ່າຍເຕັກນິກ WHO ກ່າວອີກວ່າ: ພວກເຮົາຍັງຄົງດີ້ນຮົນຕໍ່ສູ້ຕໍ່ໄປ ເພາະຍັງມີຫຼາຍເມືອງມີຜູ້ຕິດເຊື້ອຈົນລົ້ນໂຮງໝໍ ແລະ ຍັງມີອັດຕາການຕາຍສູງ, ໃນຂະນະທີ່ຕາມທ້ອງຖະໜົນກໍມີຜູ້ຄົນສັນຈອນເຕັມໄປໝົດ ເໝືອນກັບວ່າ ການຕໍ່ສູ້ກັບພະຍາດຮ້າຍນີ້ ໄດ້ຈົບລົງແລ້ວ.
ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດທີ່ບັນດາປະເທດແຈ້ງຕໍ່ ອົງການອະນາໄມໂລກ ສະແດງໃຫ້ເຫັນວ່າ ຜູ້ຕິດເຊື້ອທີ່ໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ແລະ ຜູ້ເສຍຊີວິດສ່ວນຫຼາຍຍັງບໍ່ໄດ້ສັກວັກແຊັງປ້ອງກັນໂຄວິດ-19 ໂດຍວິທີທີ່ໂລກຮັບມືກັບວິກິດການຄັ້ງນີ້ ແລະ ການໂຈມຕີຕໍ່ໄວຣັສທີ່ບໍ່ໜັກແໜ້ນພໍ ເຮັດໃຫ້ໂຄວິດ-19 ຍັງບໍ່ຖືກກຳຈັດໄປຈາກໂລກນີ້ ແລະ ຈະຍັງຢູ່ກັບໂລກນີ້ຕໍ່ໄປ.