ສຳນັກຂ່າວເອເອຟພີ ລາຍງານວ່າ ອົງການອະນາໄມໂລກ (WHO) ເປີດເຜີຍວ່າ ເຊື້ອໄວຣັສໂຄວິດ-19 ສາຍພັນເດວຕ້າ ເກືອບວ່າເປັນສາຍພັນດຽວທີ່ກຳລັງລະບາດທົ່ວໂລກໃນຂະນະນີ້ ໂດຍຫຼ້າສຸດພົບການຕິດເຊື້ອຈາກສາຍພັນອື່ນໆທີ່ໜ້າຕິດຕາມເຫຼືອບໍ່ເຖິງ 1% ຂອງຈຳນວນຜູ້ຕິດເຊື້ອທັງໝົດ.
ທ່ານ ນາງ ມາເຣຍ ຟານ ເຄີໂຄຟ ຜູ້ຊ່ຽວຊານເຕັກນິກດ້ານໂຄວິດ-19 ຂອງ ອົງການອະນາໄມໂລກ ກ່າວວ່າ: ໂຄວິດ-19 ສາຍພັນອານຟາ, ເບຕ້າ ແລະ ແກມມາ ທີ່ກຳລັງລະບາດຢູ່ໃນຂະນະນີ້ ແຕ່ລະສາຍພັນເຫຼືອບໍ່ເຖິງ 1% ໂດຍສ່ວນໃຫຍ່ທີ່ກວດພົບທົ່ວໂລກເປັນສາຍພັນເດວຕ້າ.
ທ່ານ ກ່າວອີກວ່າ: ສາຍພັນເດວຕ້າມີຄວາມແຂງແຮງທົນທານຫຼາຍຂຶ້ນ, ແຜ່ງ່າຍ ຕິດໄວ ແລະ ກຳລັງແທນທີ່ສາຍພັນອື່ນໆ ເຊິ່ງປັດຈຸບັນກວດພົບແລ້ວ 185 ປະເທດທົ່ວໂລກ. ທັງນີ້ ໄວຣັສທຸກຊະນິດຈະກາຍພັນ ເມື່ອເວລາຜ່ານໄປ ລວມທັງ SARS-CoV-2 ໄວຣັສທີ່ກໍ່ໃຫ້ເກີດໂຄວິດ-19.