ລັດຖະບານແຫ່ງ ສປປ ລາວກໍ່ຄືຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ໄດ້ແຕ່ງຕັ້ງຜູ້ອໍານວຍການໃຫຍ່ຕະຫຼາດ ຫຼັກຊັບລາວ (ຕລຊລ) ຄົນໃໝ່ ໃນວັນທີ 10 ກັນຍາ 2021 ທີ່ອາຄານ ຕລຊລ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ-ຜູ້ປະຈໍາການ ຄຄຊ; ມີບັນດາຄະນະນໍາ, ຜູ້ຕາງໜ້າບັນດາກົມກອງ ທຫລ, ຕລຊລ; ບັນດາບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານ ຕລຊລ ແລະ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າກົມຈັດຕັ້ງແລະພະນັກງານ ທຫລ ໄດ້ພັດປ່ຽນກັນຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການຍົກ ຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນພະ ນັກງານ ຕິດພັນກັບ ຕລຊລ ແລະ ທຫລ ຕາມລຳດັບ; ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ຜູ້ອໍານວຍການໃຫຍ່ ຕລຊລ ລະ ຫວ່າງທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ເກົ່າ) ກັບ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ໃໝ່) ໂດຍການໃຫ້ກຽດເປັນສັກຂີພິຍານຂອງທ່ານຮອງປະທານ-ຜູ້ປະຈໍາການ ຄຄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ປະຫວັດ ແລະ ການເຄື່ອນໄຫວຂອງທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ໃໝ່); ທ່ານໄດ້ສໍາເລັດການສຶກສາປະລິນຍາໂທ ສາຂາເສດຖະສາດຈາກມະຫາວິທະຍາໄລ ຄູບານ ສະຫະພັນ ຣັດເຊຍ ລະຫວ່າງປີ1987-1993; ປະລິນຍາໂທ ສາຂານະໂຍບາຍສາທາລະນະ ມະຫາວິທະຍາໄລ ໄຊຕາມະ ປະເທດຍີ່ປຸ່ນ ລະຫວ່າງ 1997-1998; ປະລິນຍາໂທ ສາຂາບໍລິຫານທຸລະກິດສາກົນ ມະຫາວິທະຍາໄລຟຣິນເດີ ປະເທດ ອົດສະຕາລີ ລະຫວ່າງ 2005-2006.
ໃນລະຫວ່າງປີ 1993-1999 ທ່ານໄດ້ປະຕິບັດໜ້າທີ່ ເປັນພະນັກງານປະຈໍາກົມນະໂຍບາຍເງິນຕາ ທຫລ; ໃນປີ 2000 ຖືກແຕ່ງຕັ້ງເປັນຫົວໜ້າພະແນກຢູ່ສໍານັກງານປົກປ້ອງເງິນຝາກ ທຫລ; ປີ 2003-2005 ເປັນຜູ້ຊ່ວຍຊ່ຽວຊານທີ່ປຶກສາດ້ານການທະນາຄານສາກົນໃນການປັບປຸງໂຄງສ້າງຂອງທະນາຄານພັດທະນາລາວ; ປີ 2007 ໄດ້ສັບຊ້ອນມາປະຈໍາການຢູ່ກົມນະໂຍບາຍເງິນຕາ ທຫລ; ປີ 2009 ເປັນຮອງຫົວໜ້າກົມດັ່ງກ່າວ ຮັບຜິດຊອບກ່ຽວກັບການວິເຄາະເງິນຕາ ແລະ ການຈັດຕັ້ງປະຕິ ບັດນະໂຍບາຍອັດຕາແລກປ່ຽນ, ຄວບຄຸມການສະໜອງເງິນໃນລະບົບເສດຖະກິດ ຜ່ານການກຳນົດເງິນແຮຝາກບັງຄັບ ແລະ ຕິດ ຕາມການພັດທະນາຂອງຕະຫຼາດເງິນທັງພາຍໃນ ແລະ ຕ່າງປະເທດ;
ນັບແຕ່ປີ 2010 ທ່ານໄດ້ເຂົ້າປະຕິບັດໜ້າທີ່ໃນຕະຫຼາດທຶນ ເປັນຮອງຫົວໜ້າສໍານັກງານ ຄຄຊ ຮັບຜິດຊອບຊີ້ນຳ ພະແນກຄຸ້ມຄອງການອອກຈໍາໜ່າຍຫຼັກຊັບ, ພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ແລະ ພະແນກຄຸ້ມຄອງຕະຫຼາດຫຼັກຊັບ; ປີ 2014 ໄດ້ຖືກແຕ່ງຕັ້ງຂຶ້ນເປັນຮັກສາການຫົວໜ້າສໍານັກງານ ຄຄຊ ແລະ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າສໍານັກງານ ຄຄຊ ນັບແຕ່ປີ 2015 ເປັນຕົ້ນມາ.
ຕລຊລ ຮັບການສ້າງຕັ້ງຂຶ້ນໃນວັນທີ 10ຕຸລາ2010 ແລະ ໄດ້ເປີດໃຫ້ມີການຊື້-ຂາຍໃນວັນທີ 1ມັງກອນ.2011 ເປັນຕົ້ນ ມາ ແລະ ໃນໄລຍະ 8 ເດືອນປີ 2021 ນີ້ ໄດ້ສຳເລັດການຈົດທະບຽນພັນທະບັດລັດຖະບານປະເພດດຸ່ນດ່ຽງງົບປະມານ ແລະ ຄັງ ເງິນສະກຸນເງິນກີບ 43 ຊຸດ ລວມມູນຄ່າ 994,94 ຕື້ກີບ ແລະສະກຸນເງິນໂດລາ 75 ຊຸດ ລວມມູນຄ່າ 30,6 ລ້ານໂດລາສະຫະລັດ; ສຳເລັດການຄົ້ນຄວ້າແນວທາງປັບປຸງຄຸນນະພາບຂອງບໍລິສັດຈົດທະບຽນ ແລະຜົນປະກອບການຂອງບໍລິສັດຈົດທະບຽນ; ສຳເລັດ ການສະຫຼຸບຕີລາຄາຄືນບັນຫາຄົງຄ້າງທີ່ຕິດພັນກັບວຽກງານຈົດທະບຽນ, ການເປີດເຜີຍຂໍ້ມູນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດຈົດທະບຽນ ພ້ອມທັງສະເໜີວິທີການແກ້ໄຂບັນຫາຄົງຄ້າງດັ່ງກ່າວ.
ໃນທ້າຍເດືອນ ສິງຫາ 2021 ດັດຊະນີ ຕລຊລ ປິດຢູ່ທີ່ 636.90 ຈຸດ ເພີ່ມຂຶ້ນ 60.43 ຈຸດ ຫຼື 10.48% ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ມູນຄ່າການຊື້-ຂາຍຫຼັກຊັບຢູ່ທີ່ 79,05 ຕື້ກີບ ຫຼຸດລົງ 44,13% ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາ, ໃນນີ້ການຊື້-ຂາຍຮຸ້ນລາຍໃຫຍ່ ກວມເອົາ 55,9% ຂອງມູນຄ່າການຊື້-ຂາຍທັງໝົດ. ຈໍານວນບັນຊີຫຼັກຊັບຮອດທ້າຍ ເດືອນສິງຫາ 2021 ມີທັງໝົດ 16.752 ບັນຊີ ເພີ່ມຂຶ້ນ 4,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (ໃນນັ້ນມີນັກລົງທຶນພາຍໃນ 79,42% ແລະ ນັກລົງທຶນຕ່າງປະເທດ 20,58% ຂອງຈໍານວນບັນຊີທັງໝົດ); ນອກນັ້ນ, ຍັງພັດທະນາການສະໜອງຂໍ້ມູນຂ່າວສານໃນ ຕລຊລ ມີຄວາມຫຼາກຫຼາຍ.
ໃນໂອກາດດັ່ງກ່າວ; ທ່ານຮອງປະທານ-ຜູ້ປະຈໍາການ ຄຄຊ ໄດ້ມີຄໍາເຫັນວ່າ: ໃຫ້ຄະນະອໍານວຍການຕະຫຼອດຮອດ ພະນັກງານ ຕລຊລ ຕ້ອງເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນຕິດຕາມການຂາຍຮຸ້ນຂອງບໍລິສັດຈົດທະບຽນ ແລະ ການອອກ ຈໍາໜ່າຍພັນທະບັດລັດຖະບານໃນ ຕລຊລ ໃຫ້ໄດ້ຮັບປະສິດທິຜົນສູງ, ເອົາໃຈໃສ່ແກ້ໄຂສະພາບຄ່ອງຂອງ ຕລຊລ ໂດຍປະສານສົມທົບກັບ ສຄຄຊ; ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາລະບົບໄອທີຂອງ ຕລຊລ ໃນປັດຈຸບັນໃຫ້ມີຄວາມຮັບປະກັນການເຄື່ອນ ໄຫວຕົວຈິງ ແລະ ໃຫ້ມີປະສິດທິພາບສູງຍິ່ງຂຶ້ນ.
ຂ່າວ: ຣັດສະໝີ ດວງສັດຈະ