ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 53 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມດັ່ງກ່າວຈັດຂຶ້ນລະຫວ່າງ ວັນທີ 8-15 ກັນຍາ 2021 ໂດຍຈະມີ 19 ກອງປະຊຸມປິ່ນອ້ອມ ປະກອບດ້ວຍກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 35, ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 24, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 53, ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາເຊັ່ນ: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອາຊຽນ+3, ຮົງກົງ, ອິນເດຍ, ອົດສະຕາລີ-ນິວຊີແລນ, ອີຢູ, ຣັດເຊຍ, ອາເມລິກາ, ອັງກິດ, ສະວິດເຊີແລນ, ກອງປະຊຸມລັດຖະມົນຕີເສດຖະກິດອາຊີຕາເວັນອອກ, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບສະພາທີ່ປຶກສາທຸລະກິດອາຊຽນ, ກອງປະຊຸມລັດຖະມົນຕີເສດຖະກິດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ລັດຖະມົນຕີເສດຖະກິດແມ່ນໍ້າຂອງ-ຍີ່ປຸ່ນ. ນອກຈາກນັ້ນ, ຍັງມີກອງປະຊຸມພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ສິງກະໂປ.
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Dato Dr.Amin Liew Abdullah ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດປະເທດບຣູໄນ ດາລູຊາລາມ ໃນຖານະປະທານໝູນວຽນອາຊຽນ ປີ 2021.
ໃນກອງປະຊຸມໄດ້ແລກປ່ຽນທັດສະນະກ່ຽວກັບສະພາບເສດຖະກິດອາຊຽນ ແລະ ການຟື້ນຟູເສດຖະກິດພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025, ແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີ່ສະເໜີໂດຍບຣູໄນ ໃນນາມເປັນປະທານອາຊຽນປີ 2021, ການສົ່ງເສີມການພົວພັນເສດຖະກິດລະຫວ່າງອາຊຽນກັບພາຍນອກ, ການຫັນເປັນດີຈິຕອນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ລະບຽບການ ແລະ ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃນອາຊຽນ ແລະ ປະເດັນອື່ນໆ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ເນັ້ນໃສ່ການປຶກສາຫາລືກ່ຽວກັບການສືບຕໍ່ຮັກສາການເປີດຕະຫຼາດການຄ້າ, ການບໍລິການ ແລະ ການລົງທຶນໃນພາກພື້ນ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງຕ່ອງໂສ້ການສະໜອງ ໂດຍສະເພາະໄດ້ຂະຫຍາຍລາຍການສິນຄ້າທີ່ຈໍາເປັນ ໃຫ້ກວມເອົາສິນຄ້າປະເພດກະສິກໍາ ແລະ ສະບຽງອາຫານ ນອກຈາກສິນຄ້າປະເພດ ຢາປົວພະຍາດ ແລະ ອຸປະກອນການແພດ. ພ້ອມກັນນັ້ນກໍບໍ່ໃຫ້ສ້າງບັນດາມາດຕະການທີ່ເປັນອຸປະສັກຕໍ່ການຄ້າ-ການລົງທຶນ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການເຊື່ອມຈອດຕ່ອງໂສ້ການສະໜອງອາຊຽນໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ໃນກອງປະຊຸມຄັ້ງນີ້ ລັດຖະມົນຕີເສດຖະກິດອາຊຽນ ຈະໄດ້ຮັບຮອງເອົາຫຼາຍເອກະສານສໍາຄັນ ເປັນຕົ້ນແມ່ນການປະເມີນແບບຮອບດ້ານເພື່ອປັບປຸງບັນດາມາດຕະການທີ່ບໍ່ແມ່ນອັດຕາພາສີ, ບົດລາຍງານທົບທວນການລົງທຶນອາຊຽນປີ 2021, ຂອບວຽກການອໍານວຍຄວາມສະດວກການລົງທຶນອາຊຽນ ແລະ ບັນຊີລາຍການສິນຄ້າຈໍາເປັນເພີ່ມຕື່ມຂອງອາຊຽນ. ພິເສດ, ໃນກອງປະຊຸມລັດຖະມົນຕີເສດຖະກິດແມ່ນໍ້າຂອງ-ຍີ່ປຸ່ນ ປີນີ້ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນປະທານຮ່ວມກັບ ທ່ານ Kajiyama Hiroshi ລັດຖະ ມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ ຂອງຍີ່ປຸ່ນ ໃນກອງປະຊຸມລັດຖະມົນຕີເສດຖະກິດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ຊຶ່ງໄດ້ປຶກສາຫາລືກັນໃນຫຼາຍວາລະເປັນຕົ້ນແມ່ນ ທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານຂະແໜງອຸດສາຫະກໍາ, ການຄ້າທາງເອເລັກໂຕຣນິກ ແລະ ການສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ ລະຫວ່າງປະເທດພາກພື້ນແມ່ນໍ້າຂອງ ແລະ ຍີ່ປຸ່ນ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ.