ວອລເຕຣີ ບ໊ອດທາສ ນັກແຂ່ງລົດສູດໜຶ່ງຈາກແຟງລັງ ຍົກມືອໍາລາ ເມີເຊເດສ ເອເອັມຈີ ເພື່ອໄປຮ່ວມກັບທີມໃໝ່ ຫຼັງຈົບລະດູການນີ້ ເພື່ອຫຼີກທາງໃຫ້ກັບຮຸ່ນນ້ອງຢ່າງ ຈອຈ ຣັສເຊລ ຈາກທີມ ວິລລຽມສ໌ ທີ່ຈະເລື່ອນຂັ້ນມາຂັບໃຫ້ກັບ ເມີເຊເດສ ໃນລະດູການໜ້າ.
ບ໊ອດທາສ ປະກາດອໍາລາ ຊິລເວີ ແອນໂຣສ ຫຼັງໝົດສັນຍາກັບທີມລະດູການນີ້ ເພື່ອຍ້າຍໄປຂັບໃຫ້ກັບ ອັລຟາ ໂຣມີໂອ ທີມຈາກສະວິດລະດູການໜ້າ ເຊິ່ງເປັນການມາແທນທີ່ຂອງ ຄິມີ ໂຣໂຄເນນ ຕໍານານແຊັມໂລກຮຸ່ນອ້າຍທີ່ປະກາດອໍາລາອາຊີບ ຫຼັງຈົບລະດູການນີ້.
ສໍາລັບ ບ໊ອດທາສ ເຂົ້າຮ່ວມທີມເມີເຊເດສ ເມື່ອປີ 2017 ຈັບຄູ່ກັບ ແຮມິລຕັນ ສາມາດຄວ້າຮອງແຊັມໃນປີ 2019-2020 ແນ່ນອນວ່າ ບ໊ອດທາສ ເປັນພຽງມື 2 ຂອງທີມ ໂດຍມີ ແຮມິລຕັນ ແຊັມເກົ່າເປັນເບີ 1 ມາໂດຍຕະຫຼອດ. ດັ່ງນັ້ນ ບ໊ອດທາສ ຈິ່ງຕ້ອງການຫາຄວາມທ້າທາຍໃໝ່.
ສ່ວນ ຣັສເຊລ ເປັນນັກແຂ່ງເຍົາວະຊົນ ເຊິ່ງໄດ້ຮັບການພັດທະນາໂດຍ ເມີເຊເດສ ກໍກຽມຂຶ້ນມາແທນທີ່ທີມຊຸດໃຫຍ່ຄູ່ກັບ ແຮມິລຕັນ ໃນປີໜ້າ ເຫຼືອພຽງແຕ່ການປະກາດຢ່າງເປັນທາງການເທົ່ານັ້ນ.
ຮູບຈາກ: AP